ສະຖານະການ ການເມືອງ

ຮ່່ວມແຮງຮ່ວມໃຈ,ພ້ອມກັນບັນເທົາ “ຄວາມເຈັບປວດຈາກທາດພິດສີສົ້ມ”

ຮ່່ວມແຮງຮ່ວມໃຈ,ພ້ອມກັນບັນເທົາ “ຄວາມເຈັບປວດຈາກທາດພິດສີສົ້ມ”

(VOVWORLD) -ວັນທີ 10 ສິງຫາ ແມ່ນວັນສະເຫລີມສະຫລອງ 56 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ ຫວຽດນາມ (10/8/1961-10/8/2017). ພານຫລັງ 56 ປີນັບແຕ່ເມື່ອກອງທັບ ອາເມລິກາ ໄດ້ຫວ່ານທາດພິດສີສົ້ມລົງໃສ່ສະຫນາມຮົບ ຫວຽດນາມ, ວິນາດສະກຳທາດພິດສີສົ້ມ ພວມສົ່ງຜົນສະທ້ອນຢ່າງຫນັກຫນ່ວງເຖິງຊີວິດຂອງຜູ້ເຂົ້າຮ່ວມການຕໍ່ຕ້ານໂດຍກົງກໍຄືລູກຫລານຂອງເຂົາເຈົ້າ. ນະໂຍບາຍຫນູນຊ່ວຍຂອງລັດສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ການຮ່ວມແຮງຮ່ວມໃຈຊ່ວຍເຫລືອຈາກທັງປະຊາຄົມໄດ້ຊ່ວຍໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຜ່ານຜ່າບັນດາຄວາມຫຍຸ້ງຍາກ, ບືນຕົວຂຶ້ນໃນຊີວິດ.

 ມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

ນັບແຕ່ປີ 1961-1971, ກອງທັບ ອາເມລິກາ ໄດ້ຫວ່ານທາດພິດເຄມີປະມານ 80 ລ້ານລິດ ລົງໃສ່ເນື້ອທີ່ດິນທາງພາກໃຕ້ຫວຽດນາມ ເກືອບ 1/4. ທາດພິດເຄມີ ໄດ້ກໍ່ຜົນສະທ້ອນຫລາຍຢ່າງທີ່ຍາວນານເຖິງສິ່ງແວດລ້ອມ, ລະບົບຊີວະພາບ ແລະ ສົ່ງຜົນກະທົບເຖິງສຸຂະພາບຂອງມະນຸດ.

 ຄວາມເຈັບປວດຈາກທາດພິດສີສົ້ມຍັງມີຢູ່

ມີ ປະຊາຊົນຫວຽດນາມ 4,8 ລ້ານຄົນຖືກຕິດທາດພິດສີສົ້ມ, ກວ່າ 3 ລ້ານຄົນແມ່ນຜູ້ປະສົບເຄາະຮ້າຍຈາກສົງຄາມເຄມີ. ນັບແສນໆຄົນຖືກເສຍຊີວິດແລ້ວ, ແສນໆຄົນພວມປະເຊີນຫນ້າກັບພະຍາດຫນັກ. ໝາກຜົນແຫ່ງການຄົ້ນຄ້ວາຂອງສູນອາກາດເຂດຮ້ອນ ຫວຽດນາມ - ລັດເຊຍ ຊີ້ໃຫ້ເຫັນວ່າ ທາດພິດສີສົ້ມໄດ້ກໍ່ຜົນຮ້າຍຢ້ອນຫລັງດ້ານແພດສາດ ແລະ ຊີວະສາດອັນຍາວນານ ບໍ່ພຽງແຕ່ສຳລັບບັນດານັກຮົບເກົ່າຫວຽດນາມ ທີ່ໄດ້ເຂົ້າຮ່ວມສົງຄາມເທົ່ານັ້ນ ຫາກນັບທັງລຸ້ນຄົນທີ 2,ທີ 3 ຊື່ງແມ່ນລູກຫລານຂອງຜູ້ຖືກຕິດທາດພິດສີສົ້ມອີກດ້ວຍ. ຄວາມຈິງ ປະຈຸບັນຊີ້ໃຫ້ເຫັນວ່າ ຢູ່ຫວຽດນາມ, ຜົນຮ້າຍຈາກທາດພິດສີສົ້ມໄດ້ສືບທອດໄປຍັງລຸ້ນຄົນທີ 4. ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ, ສຸຂະພາບອ່ອນເພຍ, ລະດັບຄອງຊີບຕ່ຳເມື່ອທຽບໃສ່ລະດັບລວມຂອງສັງຄົມ.

ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນບໍ່ຍອມຈຳນົນຕໍ່ຊາຕະກຳ, ບືນຕົວຂຶ້ນໃນຊີວິດ

ເຖິງວ່າປະສົບກັບຄວາມຫຍຸ້ງຍາກຄືແນວນັ້ນກໍຕາມ ແຕ່ດ້ວຍຄວາມເອົາໃຈໃສ່, ການຫນູນຊ່ວຍຈາກພັກ, ລັດ, ອົງການຈັດຕັ້ງມະຫາຊົນກໍຄືຄວາມເຫັນອົກເຫັນໃຈ, ແບ່ງປັນຂອງວົງຄະນາຍາດໃນສັງຄົມ, ບັນດາຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຍັງຄົງພະຍາຍາມບືນຕົວຂຶ້ນໃນຊີວິດຢ່າງບໍ່ຢຸດຢັ້ງ. ມີຫລາຍຄອບຄົວໄດ້ກູ້ຢືມທຶນ, ເປັນເຈົ້າການໃນການຈັດຕັ້ງການຜະລິດ, ພັດທະນາເສດຖະກິດຄອບຄົວ.  ທ່ານນາງ ຫງວຽນທີອີ ຢູ່ ແຂວງ ບັກນີງ, ແມ່ຂອງລູກ 4 ຄົນປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ໄດ້ແບ່ງປັນວ່າ:

        “ລູກຂອງຂ້າພະເຈົ້າໄດ້ຮັບຄອມພິວເຕີ ຊຸດຫນຶ່ງໂດຍ ທຸກຂັ້ນ, ຂະແຫນງການ, ບັນດານັກໃຈບຸນໃຈກຸສົນ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມມອບໃຫ້.  ຄອມພິວເຕີ ນັ້ນໄດ້ຊ່ວຍໃຫ້ພວກນ້ອງມີແນວຄວາມຄິດດັດແປງລົດຈັກ 2 ລໍ້ເປັນລົດ 3 ລໍ້ສະຫງວນໃຫ້ແກ່ຄົນພິການ. ມາຮອດປະຈຸບັນ, ໂຮງຈັກນ້ອຍຂອງຄອບຄົວຂ້າພະເຈົ້າສາມາດຜະລິດລົດໄດ້ກວ່າ 200 ຄັນເພື່ອສົ່ງເຖິງບັນດາແຂວງ ແຕ່ພາກເຫນືອຮອດພາກໃຕ້.”

        ສັງຄົມຮ່ວມແຮງຮ່ວມໃຈ, ພ້ອມກັນບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ

        ພ້ອມກັບບັນດາລະບອບ, ນະໂຍບາຍພິເສດໃນການເບິ່ງແຍງໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ, ໃນຊຸມປີຜ່ານມາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ (VAVA) ແລະ ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຢູ່ ບັນດາແຂວງ, ນະຄອນໃນທົ່ວປະເທດ ໄດ້ຂົນຂວາຍບັນດາແຫລ່ງກຳລັງສັງຄົມຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງເພື່ອຊ່ວຍເຫລືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ໃນ 10 ປີມານີ້, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຂົນຂວາຍຈຳນວນເງິນໄດ້ເກືອບ 1000 ຕື້ດົງເພື່ອຫນູນຊ່ວຍໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ມີປະມານ 60.000 ຄົນໄດ້ຊົມໃຊ້ຈາກແຫລ່ງເງິນນັ້ນ. ສະມາຄົມດັ່ງກ່າວກໍ່ໄດ້ກໍ່ສ້າງສູນລ້ຽງດູໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ 26 ແຫ່ງ. ພົນຕີ ຫງວຽນວັນຣີງ ໃຫ້ຮູ້ວ່າ:

        “ມາດຕະການດີສຸດເພື່ອຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ນັ້ນແມ່ນຊ່ວຍເຫລືອດ້ານທຶນຮອນໃຫ້ເຂົາເຈົ້າ. ພວກຂ້າພະເຈົ້າໃຫ້ແຕ່ລະຄອບຄົວກູ້ຢືມ 10 ລ້ານດົງ ດ້ວຍອັດຕາດອກເບ້ຍ 0% ໃນໄລຍະ 5-7 ປີ ເພື່ອໃຫ້ເຂົາເຈົ້າພັດທະນາເສດຖະກິດ. ເມື່ອເສດຖະກິດຂອງເຂົາເຈົ້າດີຂຶ້ນ ເຂົາເຈົ້າຈະສົ່ງຈຳນວນທຶນກູ້ຢືມນັ້ນໃຫ້ຄອບຄົວອື່ນ ສ້າງເປັນຂະບວນການດີທີ່ສຸດ. ມີຫລາຍສ່ວນບຸກຄົນ, ອົງການຈັດຕັ້ງກໍ່ຢາກມອບງົວ, ໝູ ໃຫ້ເຂົາເຈົ້າອີກ.”

        ຢູ່ຂັ້ນທ້ອງຖິ່ນ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ນະຄອນ ດາຫນັງ ແມ່ນຫນຶ່ງໃນບັນດາຫົວຫນ່ວຍມີການເຄື່ອນໄຫວທີ່ແທດຈິງເປັນປະຈຳ ແລະ ໄດ້ຮັບການຕີລາຄາສູງຈາກບັນດາອົງການສູນກາງ.

        ທ່ານ ຈາແທງແລ່ງ, ຮອງປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ນະຄອນ ດາຫນັງ ໃຫ້ຮູ້ວ່າ: ໃນ ໄລຍະ 12 ປີ ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, ສະມາຄົມ ຂົນຂວາຍເງິນບໍລິຈາກໄດ້ກວ່າ 85 ຕື້ດົງເພື່ອເບິ່ງແຍງ, ຊ່ວຍເຫລືອໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມກວ່າ 5000 ຄົນ, ໃນນັ້ນມີ ເດັກນ້ອຍ 1.400 ຄົນ.

        “ສູນອຸປະກະລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ນະຄອນ ປະຈຸບັນພວມລ້ຽງດູ, ເບິ່ງແຍງເດັກນ້ອຍ 150 ຄົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ພວກຂ້າພະເຈົ້າໄດ້ສ້າງວຽກເຮັດງານທຳຕ່າງໆໃຫ້ພວກນ້ອງ. ນອກຈາກລະບອບນະໂຍບາຍຂອງລັດ, ພວກຂ້າພະເຈົ້າກໍ່ໄດ້ຂົນຂວາຍການຫນູນຊ່ວຍເປັນປະຈຳ ແລະ ຕະຫລອດຊີວິດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມກວ່າ 100 ຄົນ.”

        ແຕ່ລະປີ ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມກໍ່ໄດ້ສົມທົບກັບບັນດາຄະນະ, ຂະແຫນງການ, ອົງການຈັດຕັ້ງມະຫາຊົນ ຈັດຕັ້ງຫລາຍລາຍການມີຄວາມໝາຍເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ຕາມບັນດາຜູ້ຊ່ຽວຊານຄົ້ນຄ້ວາຂອງສູນອາກາດເຂດຮ້ອນ ຫວຽດນາມ - ລັດເຊຍແລ້ວ, ຜົນກະທົບຍາວນານຂອງທາດພິດສີສົ້ມ/ດີໂອຊີນຕໍ່ມະນຸດ ແລະ ສິ່ງແວດລ້ອມ ບໍ່ພຽງແຕ່ໃນໄລຍະ 20 ປີ ຫາກອາດຈະຂຶ້ນເຖິງ 100 ປີ. ຈຳນວນຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ ຢູ່ ຫວຽດນາມ ອາດຈະບໍ່ແມ່ນໃນຕົວເລກ 4,8 ລ້ານຄົນ ຫາກຈະຂຶ້ນເຖິງສີບໆລ້ານຄົນ. ສະນັ້ນ ໃນຫລາຍປີຜ່ານມາ ການບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ ບໍ່ແມ່ນຄວາມຮັບຜິດຊອບຂອງສະເພາະສ່ວນບຸກຄົນ, ອົງການໃດຫນຶ່ງເທົ່ານັ້ນ ຫາກແມ່ນຄວາມຮັບຜິດຊອບລວມຂອງທົ່ວສັງຄົມອີກດ້ວຍ.

 

 

 

This site is protected by reCAPTCHA and the Google Privacy Policy and Terms of Service apply.