ຊີ​ວິດ​ໃນ​ເມືອງ

ລົດເມ ນຳໃຊ້ພະລັງງານສະອາດ - ທ່າອ່ຽງທີ່ຈຳເປັນຂອງເຂດຕົວເມືອງ

ລົດເມ ນຳໃຊ້ພະລັງງານສະອາດ - ທ່າອ່ຽງທີ່ຈຳເປັນຂອງເຂດຕົວເມືອງ

(VOVWORLD) - ເພື່ອແນໃສ່ຍົກສູງຄຸນນະພາບການຂົນສົ່ງຜູ້ໂດຍສານສາທາລະນະກໍ່ຄືປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ຫນຶ່ງໃນບັນດາທິດກ້າວເດີນໂດຍ ນະຄອນ ຮ່າໂນ້ຍ ບຸລິມະສິດ ແມ່ນຄ່ອຍໆປ່ຽນແທນລົດເມທີ່ໃຊ້ນ້ຳມັນ diesel ດ້ວຍປະເພດລົດເມນຳໃຊ້ໄຟຟ້າ, ພະລັງງານສີຂຽວ.

ລົດເມໃຊ້ໄຟຟ້າ ຢູ່ຖະຫນົນ ທີ່ ຮ່າໂນ້ຍ. (ພາບ:VTC News)

  ຮ່າໂນ້ຍ ແມ່ນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າໃນການນຳໃຊ້ພະລັງງານສີຂຽວ ເມື່ອປີ 2021 ບັນດາລົດເມສີຂຽວ, ພະລັງງານສະອາດ ເປັນຄັ້ງທຳອິດໄດ້ແລ່ນຢູ່ຖະຫນົນບາງສາຍຂອງນະຄອນຫລວງ ຮ່າໂນ້ຍ. ທ່ານ ຟ້າມດິ່ງຕຽນ, ສັງກັດສູນຄຸ້ມຄອງບັນຊາຄົມມະນາຄົມ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ພະແນກຄົມມະນາຄົມຂົນສົ່ງ ໄດ້ສ້າງແຜນຮ່າງຫັນປ່ຽນພາຫະນະນຳໃຊ້ພະລັງງານ diezen ທີ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ ມານຳໃຊ້ພະລັງງານໄຟຟ້າ, ພະລັງງານສີຂຽວດ້ວຍເປົ້າໝາຍ 100% ພາຫະນະນຳໃຊ້ພະລັງງານສີຂຽວ,  ພະລັງງານສະອາດ, ພະລັງງານໄຟຟ້າ”.

ປະຈຸບັນ ນະຄອນ ຮ່າໂນ້ຍ ມີລົດເມ ປະມານ 370 ຄັນທີ່ໄດ້ນຳໃຊ້ພະລັງງານສີຂຽວພວມເຄື່ອນໄຫວ ລວມມີ ລົດຂະຫນາດໃຫຍ່, ຂະຫນາດກາງ ແລະ ນ້ອຍ. ກວມເອົາ 19,7% ໃນຍອດຈຳນວນລົດເມເກືອບ 2.000 ຄັນທີ່ມີໃນປະຈຸບັນ ຢູ່ນະຄອນ ຮ່າໂນ້ຍ.  ເຖິງວ່າ ນຳເຂົ້າໃຊ້ງານຍັງບໍ່ທັນຍາວນານ ແຕ່ລະບົບລົດເມໄຟຟ້າ, ນຳໃຊ້ພະລັງງານສີຂຽວ ລ້ວນແຕ່ໄດ້ຮັບຄວາມນິຍົມເລືອກເຟັ້ນຈາກຊາວ ນະຄອນຫລວງ. ທ່ານ ນິງວັນແຄງ ຢູ່ ຕາແສງ ໂອເຈີ້ເຢື່ອ ເມືອງ ດົງດາ ຜູ້ເຄີຍໄປມາດ້ວຍລົດເມເປັນປະຈຳ ໃຫ້ຮູ້ວ່າ:

 “ລົດເມໄຟຟ້າ ຂ້າພະເຈົ້າ ຫາກໍ່ໄດ້ຂີ່ ແຕ່ເຫັນວ່າ ມັນສະອາດ, ທັນສະໄຫມ, ວິທີການປະພຶດຂອງພະນັກງານບໍລິການເທິງລົດຕໍ່ກັບຜູ້ໂດຍສານແມ່ນມີມາລະຍາດດີ, ຮອດບ່ອນຈອດແຕ່ລະປ້າຍ ລ້ວນແຕ່ມີການປະກາດກ່ອນ ແລະ ມີປ້າຍເອເລັກໂຕນິກໃຫ້ອ່ານຈຸດຈອດຢ່າງຈະແຈ້ງ”.

ຕາມທ່ານ ທາຍໂຮ່ເຟືອງ, ຜູ້ອຳນວຍການສູນຄຸ້ມຄອງ ແລະ ບັນຊາຄົມມະນາຄົມ ນະຄອນ ຮ່າໂນ້ຍ ແລ້ວ, ຮູບແບບຂົນສົ່ງຜູ້ໂດຍສານ ພິເສດ ແມ່ນພາຫະນະນຳໃຊ້ພະລັງງານສີຂຽວ, ພະລັງງານສະອາດ ແມ່ນທ່າອ່ຽງທີ່ຈຳເປັນຢ່າງແນ່ນອນຂອງຫລາຍປະເທດໃນໂລກ. ຈາກບັນດາຄຸນລັກສະນະໂດດເດັ່ນຂອງປະເພດລົດເມໄຟຟ້າ, ໃຊ້ພະລັງງານສີຂຽວ, ຮ່າໂນ້ຍ ຍັງສຸມໃສ່ພັດທະນາ, ທະວີຄູນຢ່າງກວ້າງຂວາງຢູ່ບໍລິເວນ ນະຄອນ.    

“ຮ່າໂນ້ຍ ແມ່ນທ້ອງຖິ່ນທຳອິດທີ່ມີລົດເມໄຟຟ້າຄົບ 3 ຂະຫນາດ: ນ້ອຍ, ກາງ ແລະໃຫຍ່. ພວກຂ້າພະເຈົ້າຈະສົມທົບຢ່າງແຫນ້ນແຟ້ນກັບບັນດາຫົວຫນ່ວຍໃຫ້ຄຳປຶກສາເພື່ອສ້າງປະມວນລາຄາໃຫ້ລົດເມຂະຫນາດນ້ອຍ ແລະ ກາງ ເປັນພື້ນຖານເພື່ອເປີດກວ້າງບັນດາພາຫະນະຂົນສົ່ງສາທາລະນະຢູ່ບໍລິເວນ ນະຄອນ ຜ່ານນັ້ນ ກໍ່ຍູ້ແຮງເລື່ອງຫັນລະບົບລົດເມເປັນສີຂຽວ”.

ຕາມບັນດາຜູ້ຊ່ຽວຊານແລ້ວ, ເລື່ອງນຳໃຊ້ລົດເມໄຟຟ້າ ໄດ້ປະກອບສ່ວນຫລາຍສົມຄວນໃນການຫລຸດຜ່ອນອາຍພິດ ກອກບອນ ປ່ອຍອອກສູ່ສິ່ງແວດລ້ອມ, ຖ້າຫາກຫັນມານຳໃຊ້ລົດເມໄຟຟ້າ ແທນໃຫ້ລົດເມໃຊ້ນ້ຳມັນ diesel ຄືປະຈຸບັນ, ປະລິມານ ອາຍພິດ ກອກບອນ ທີ່ປ່ອຍອອກສູ່ສິ່ງແວດລ້ອມອາດຈະໄດ້ຫລຸດລົງປະມານ 170.480 ໂຕນຕໍ່ປີ.

ນອກຈາກຜົນປະໂຫຍດຕໍ່ສິ່ງແວດລ້ອມ, ລົດເມໄຟຟ້າ ຍັງມີຫລາຍຈຸດໂດດເດັ່ນກ່ຽວກັບດ້ານເສດຖະກິດ. ລາຍຈ່າຍພະລັງງານໄຟຟ້າແມ່ນຕ່ຳກວ່າຫລາຍສົມຄວນນເມື່ອທຽບໃສ່ພະລັງງານ diesel, ໃນຂະນະນັ້ນ ສະມັດຕະພາບການເຄື່ອນໄຫວແມ່ນສູງກວ່າ. ທ່ານ ຫງວຽນຮວ່າງຫາຍ, ຮອງປະທານ ສະຫະສະມາຄົມການຂົນສົ່ງຜູ້ໂດຍສານສາທາລະນະ ໄດ້ວິເຄາະວ່າ:

“ພວກຂ້າພະເຈົ້າຖືວ່າ ນີ້ແມ່ນການຫັນປ່ຽນທີ່ເໝາະສົມກັບທ່າອ່ຽງ ແລະ ເໝາະສົມກັບແຜນນະໂຍບາຍພັດທະນາຂົນສົ່ງສາທາລະນະຂອງນະຄອນ ຮ່າໂນ້ຍ. ເປັນຄັ້ງອິດ ພວກເຮົານຳໃຊ້ລະບົບປິ້ລົດອັດສະລິຍະ, ສະດວກໃຫ້ທັງຜູ້ໃຊ້ ແລະ ທັງຜູ້ຄຸ້ມຄອງ. ສຸດທ້າຍ ແມ່ນລະບົບບໍລິຫານທັນສະໄຫມ, ເຊື່ອມຕໍ່ກັບສູນບັນຊາຂອງພະແນກຄົມມະນາຄົມ”.

ເລື່ອງນຳເອົາລົດເມໄຟຟ້າແທນໃຫ້ລົດເມທຳມະດາ ແມ່ນການສ້າງຂີດໝາຍແຫ່ງບາດກ້າວໃຫມ່ໃນວິວັດການກໍ່ສ້າງຕົວເມືອງສີຂຽວ ແລະ ຍືນຍົງ. ການກະທຳນີ້ ບໍ່ພຽງແຕ່ຕອບສະຫນອງຄວາມຕ້ອງການໃນການໄປມາທາງສາທາລະນະທີ່່ນັບມື້ນັບຫລາຍຂຶ້ນຂອງ ນະຄອນຫລວງ ເທົ່ານັ້ນ ຫາກຍັງສົ່ງເສີມປະຊາຊົນປ່ຽນແປງຄວາມຊິນເຄີຍໃນການໄປມາ, ປະກອບສ່ວນຫລຸດຜ່ອນຄວາມກົດດັນທາງຄົມມະນາຄົມ ແລະ ມົນລະພິດຕໍ່ສິ່ງແວດລ້ອມ. ແລະ ຕາມແຜນການຜັນຂະຫຍາຍແຜນຮ່າງພັດທະນາລະບົບຄົມມະນາຄົມຂົນສົ່ງສາທາລະນະດ້ວຍລົດເມໄຟຟ້າ, ພະລັງງານສີຂຽວ ໂດຍຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ປະກາດໃຊ້ໃນວັນທີ 28 ພຶດສະພາ ຜ່ານມາ, ຊ້າສຸດແມ່ນຮອດປີ 2030 ຮ່າໂນ້ຍ ຈະສຳເລັດການຫັນປ່ຽນລົດເມໃຊ້ນ້ຳມັນ diesel ມາເປັນລົດເມໃຊ້ໄຟຟ້າ, ພະລັງງານສີຂຽວ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.