ນາຍົກລັດຖະມົນຕີ ໄທ ແລະ ປະທານາທິບໍດີ ອາເມລິກາ ໂອ້ລົມທາງໂທລະສັບ, ປາດຖະໜາຢາກຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຊາຍແດນ ໄທ - ກຳປູເຈຍ
(VOVWORLD) - ຕອນຄ່ຳວັນທີ 12 ທັນວາ, ທ່ານນາຍົກລັດຖະມົນຕີ ໄທ ອະນຸທິນ ຊານວິຣະກຸນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບບັນຫາຊາຍແດນ ໄທ - ກຳປູເຈຍ, ພ້ອມກັນແບ່ງປັນທັດສະນະລວມ ນັ້ນແມ່ນ ຢາກມີສັນຕິພາບ, ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ.










