ສປຊ ຮຽກຮ້ອງລະດົມເງິນ 33 ຕື້ USD ເພື່ອຊ່ວຍເຫຼືອ 135 ລ້ານຄົນທີ່ຕ້ອງການໄດ້ຮັບຊ່ວຍເຫຼືອ
(VOVWORLD) - ວັນທີ 8 ທັນວາ, ຫ້ອງວ່າການປະສານງານ ບັນດາບັນຫາມະນຸດສະທຳຂອງ ສປຊ (OCHA) ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນປະກອບເງິນ 33 ຕື້ USD ໃຫ້ແກ່ປີ 2026 ເພື່ອຊ່ວຍເຫຼືອປະຊາຊົນປະມານ 135 ລ້ານຄົນ ພວມຮັບມືກັບຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໄພພິບັດທຳມະຊາດ, ໂລກລະບາດ ແລະ ສະພາວະຂາດແຄນສະບຽງອາຫານ.








