ປະທານປະເທດ ເລືອງເກື່ອງ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ສປປ. ລາວ ຢ່າງຈົບງາມ
(VOVWORLD) - ຕອນຄ່ຳວັນທີ 25 ເມສາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ຢ່າງຈົບງາມຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.










