ອັງກິດ ຕັດຫຼາຍໂຄງການການເງິນຮັບໃຊ້ເປົ້າໝາຍດິນຟ້າອາກາດສະຫງວນໃຫ້ບັນດາປະເທດພວມພັດທະນາ
(VOVWORLD) - ມີຫຼາຍໂຄງການໜູນຊ່ວຍດ້ານການເງິນຮັບໃຊ້ເປົ້າໝາຍດິນຟ້າອາກາດຂອງ ອັງກິດ ທີ່ສະຫງວນໃຫ້ແກ່ບັນດາປະເທດພວມພັດທະນາໄດ້ຖືກຫຼຸດລົງຢ່າງແຮງ, ເຮັດໃຫ້ເກີດມີຄວາມວິຕົກກັງວົນຕໍ່ຄວາມສາມາດປະຕິບັດບັນດາຄຳໝັ້ນສັນຍາສາກົນຂອງປະເທດນີ້ໃນຂົງເຂດຮັບມືກັບການປ່ຽນແປງຂອງບັນດາດິນຟ້າອາກາດ ແລະ ປົກປັກຮັກສາຊີວະນາໆພັນ.










