ຊາວໜຸ່ມ ຫວຽດນາມ ແລະ ຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການສ້າງກົນໄກຫຼຸດຜ່ອນກຳລັງທັບຢ່າງມີປະສິດທິຜົນ
(VOVWORLD) - ຊາວໜຸ່ມໃນໂລກເວົ້າລວມ ແລະ ຊາວໜຸ່ມ ຫວຽດນາມ ເວົ້າສະເພາະ - ຍາມໃດກໍມີຄວາມຮັບຮູ້ກ່ຽວກັບຄຸນຄ່າຂອງສັນຕິພາບຢ່າງຈະແຈ້ງ ແລະ ມີຄວາມປາດຖະໜາຢາກປະກອບສ່ວນເລັກໆນ້ອຍໆເຂົ້າໃນການປົກປັກຮັກສາອະນາຄົດ; ຫວັງວ່າ ການເຂົ້າຮ່ວມຢ່າງມີປະສິດທິຜົນຂອງຊາວໜຸ່ມໃນໄລຍະຈະມາເຖິງ ຈະຊ່ວຍສ້າງກົນໄກຫຼຸດຜ່ອນກຳລັງທັບຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ພັດທະນາແບບຍືນຍົງ.










