ຜູ້ມີສິດເລືອກຕັ້ງ ຫວຽດນາມ ເປັນເຈົ້າການໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ
(VOVWORLD) - ວັນທີ 23 ພຶດສະພາ, ຜູ້ມີສິດເລືອກຕັ້ງ ຫວຽດນາມ ໃນທົ່ວປະເທດ, ຈາກຕົວເມືອງລົງຮອດທ້ອງຖິ່ນ, ເຂດຊາຍແດນ, ເຂດທະເລໝູ່ເກາະ…. ໄດ້ໄປປ່ອນບັດເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026. ນັບແຕ່ 7 ໂມງເຊົ້າ, ເຊິ່ງເປັນຈຸດເວລາເປີດປະຕູສະຖານທີ່ປ່ອນບັດ, ຜູ້ມີສິດເລືອກຕັ້ງຫຼາຍຄົນໄດ້ປະຕິບັດສິດ ແລະ ພັນທະພົນລະມືອງຂອງຕົນ. ໃນການເລືອກຕັ້ງຄັ້ງນີ້, ຜູ້ມີສິດເລືອກຕັ້ງຈະຄັດເລືອກສະມາຊິກສະພາແຫ່ງຊາດ 500 ທ່ານ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ນະຄອນ ເກືອບ 4000 ທ່ານ ແລະ ສະມາຊິກສະພາປະຊາຊົນຂັ້ນເມືອງ ກວ່າ 20.000 ທ່ານ ພ້ອມດ້ວຍສະມາຊິກສະພາປະຊາຊົນຂັ້ນຕາແສງກວ່າ 240.000 ທ່ານ.










