ຟີລິບປິນ ປະກາດໃຊ້ສະພາວະສຸກເສີນກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ
(VOVWORLD) - ທ່ານລັດຖະມົນຕີກະຊວງກະສິກຳ ຟີລິບປິນ, Francisco Tiu Laurel ໄດ້ປະກາດໃຊ້ສະພາວະສຸກເສີນກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານສຳລັບເຂົ້າສານ ເພື່ອແນໃສ່ຄວບຄຸມລາຄາ ແລະ ຮັບປະກັນແຫຼ່ງສະໜອງໃຫ້ແກ່ປະຊາຊົນ.









