ຍ້ອນມີການເຊື່ອມໂຍງ, ອາຊຽນ ພວມມີອະນາຄົດສົດໄສໃນຕໍ່ໜ້າ
(VOVWORLD) -ຕາມທ່ານ Rodrigo Duterte ແລ້ວ, ໃນຊຸມປີຜ່ານມາ, ອາຊຽນ ໄດ້ພົ້ນເດັ່ນຂຶ້ນຄືຮູບແບບການເຊື່ອມໂຍງເຂົ້າກັບເສດຖະກິດປະສົບຜົນສຳເລັດໃນພາກພື້ນ.

(VOVWORLD) -ຕາມທ່ານ Rodrigo Duterte ແລ້ວ, ໃນຊຸມປີຜ່ານມາ, ອາຊຽນ ໄດ້ພົ້ນເດັ່ນຂຶ້ນຄືຮູບແບບການເຊື່ອມໂຍງເຂົ້າກັບເສດຖະກິດປະສົບຜົນສຳເລັດໃນພາກພື້ນ.

(VOVWORLD) -ບົດຂຽນໃຫ້ຂໍ້ສັງເກດວ່າ ຫວຽດນາມພວມເປັນ “ຂົວຕໍ່” ລະຫວ່າງ ອາຊຽນ ກັບ ພັນທະມິດເສດຖະກິດ ອາຊີ - ເອີຣົບ (EAEU) ເວົ້າລວມ ແລະ ກັບປະເທດ ລັດເຊຍ ເວົ້າສະເພາະ

(VOVWORLD) -ໂດຍແມ່ນປະເທດສະມາຊິກ ອາຊຽນຫນຶ່ງ, ລັດຖະບານ ໄທ ເຂົ້າໃຈແຈ້ງຄວາມສຳຄັນຂອງ ພາສາ ອັງກິດ ເພື່ອການເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດ ອາຊຽນ. ສິ່ງດັ່ງກ່າວແມ່ນກ່ຽວຂ້ອງເຖິງການພັດທະນາຫລັກສູດ ຮຽນພາສາ ອັງກິດ ຢູ່ ບັນດາຮາກຖານການສຶກສາຢູ່ປະເທດ ໄທ. ລັດຖະບານ ໄທ ກໍ່ໄດ້ສຸມໃສ່ພັດທະນາທັກສະໃນການສິດສອນ ແລະ ການທັກທາຍດ້ວຍພາສາອັງກິດໃຫ້ແກ່ບັນດາຄູອາຈານ.

(VOVWORLD) - ໂດຍຕາງໜ້າບັນດາເອກອັກຄະລັດຖະທູດ ອາຊຽນ, ທ່ານ Long Dimanche, ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ສ. ເກົາຫຼີ ແນະນຳ ກ່ຽວກັບວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ ອາຊຽນ ໃນຕະຫຼອດ 50 ປີຜ່ານມາ

(VOVWORLD) - ວັນທີ 27 ຕຸລາ, ທີ່ ມາລີລາ ຟີລິບປີນ ໄດ້ດຳເນີນກອງປະຊຸມພິເສດຂອງສະພາປະທານສານ ອາຊຽນ (CACJ).

(VOVWORLD) -ພາຍຫລັງ 20 ກວ່າປີລົງທຶນຢູ່ ຫວຽດນາມ, ບໍລິສັດຫຸ້ນສ່ວນລ້ຽງສັດ CP ຫວຽດນາມ (CPV) ດ້ວຍ ທຶນຂອງ ໄທ 100% ໄດ້ຢືນຢັນທີ່ຕັ້ງໝັ້ນຄົງຢູ່ຫວຽດນາມ ຜ່ານການສ້າງຕັ້ງ “ຮູບແບບການຜະລິດກະສິກຳເປັນແບບຢ່າງ”. ຮູບແບບນີ້ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ບໍລິສັດ CPV ເທົ່ານັ້ນ ຫາກຍັງຊ່ວຍພື້ນຖານກະສິກຳຫວຽດນາມ ພັດທະນານັບມື້ນັບທັນສະໄຫມອີກດ້ວຍ.

(VOVWORLD) -ວັນທີ 24 ຕຸລາ, ລັດຖະມົນຕີກະຊວງປ້ອງກັນປະເທດ 10 ປະເທດສະມາຊິກ ອາຊຽນ ໄດ້ຈັດການປະຊຸມຢູ່ ແຂວງ Pampanpa ປະເທດ ຟີລີບປີນ ພ້ອມກັບຄູ່ຕຳແຫນ່ງມາຈາກ ອາເມລິກາ, ຍີ່ປຸ່ນ, ຈີນ ແລະ 5 ປະເທດອື່ນ ລວມມີ: ອົດສະຕາລີ, ອິນເດຍ, ນິວເຊີແລນ, ສເກົາຫລີ ແລະ ລັດເຊຍ, ໄດ້ປຶກສາຫາລືບັນດາບັນຫາຄວາມສະຫງົບປອດໄພຢູ່ພາກພື້ນ ແລະ ສາກົນ.

(VOVWORLD) - ດ້ວຍບັນດາເນື້ອໃນຈຸດສຸມແມ່ນບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງໃນພາກພື້ນ, ວັນທີ 23 ຕຸລາ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM) ຄັ້ງທີ 11 ໄດ້ຖືກໄຂຂຶ້ນຢູ່ນະຄອນຫລວງ ມານີລາ, ປະເທດ ຟິລິບປິນ.

(VOVWORLD) -ບັນດາຜະລິດຕະພັນເຂົ້າຫນົມ ທີ່ມີຊື່ວ່າ: Coffe Joy, Gerre, Kopiko, MintZ… ປະຈຸບັນບໍ່ແມ່ນສິ່ງແປກປະຫລາດສຳລັບປະຊາຊົນຫວຽດນາມ ອີກແລ້ວ. ແຕ່ໃນນັ້ນ ມີຫລາຍຄົນບໍ່ຮູ້ໄດ້ວ່າບັນດາຜະລິດຕະພັນນັ້ນແມ່ນມາຈາກ ອິນໂດເນເຊຍ. ເພື່ອແນະນຳບັນດາຜະລິດຕະພັນຂອງ ອິນໂດເນເຊຍ ເຖິງຜູ້ອຸປະໂພກຫວຽດນາມ, ຫວ່າງແລ້ວນີ້ ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ໄຂງານວາງສະແດງທີ່ມີຊື່ວ່າ “ຊາຍຄາ ອິນໂດເນເຊຍ”. ແລະ ເຫດການທຳອິດດຳເນີນຢູ່ງານວາງສະແດງນີ້ ແມ່ນ ການແນະນຳເຂົ້າຫນົມ ແລະ ເຄື່ອງດື່ມ ອິນໂດເນເຊຍ ຂອງ ບໍລິສັດຜະລິດອາຫານ 5 ແຫ່ງ ອິນໂດເນເຊຍ.

(VOVWORLD) -“ຊຸດບຳລຸງວິຊາສະເພາະການກວດກາ, ການປະເມີນຜົນ ແລະ ຕິດຕາມກວດກາໂຄງການລົງທຶນສາທາລະນະໃຫ້ແກ່ພະນັກງານລາວ, ໂດຍກະຊວງແຜນການ ການລົງທຶນຫວຽດນາມ ຈັດຕັ້ງໃນໄລຍະ 1,5 ເດືອນ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ນອກຈາກໄດ້ຮຽນທິດສະດີກ່ຽວກັບວິຊາສະເພາະແລ້ວ, ບັນດາພະນັກງານລາວ ຍັງໄດ້ລົງຕົວຈິງຢູ່ບາງແຂວງ ເພື່ອໄປທັດສະນະສຶກສາ. ຊຸດຮຽນນີ້ໄດ້ສ້າງຄວາມປະທັບໃຈຫລາຍຢ່າງສຳລັບບັນດານັກສຳມະນາກອນລາວ.
