ຫວຽດນາມ ແລະ ສິງກະໂປໃຫ້ຄຳໝັ້ນສັນຍາພ້ອມກັນສ້າງປະຊາຄົມ ອາຊຽນ
(VOVWORLD) - ວັນທີ 29 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 72 ປີ.

(VOVWORLD) - ວັນທີ 29 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 72 ປີ.

(VOVWORLD) -ພິທີ “ມອບລາງວັນວັນນະຄະດີແມ່ນ້ຳຂອງ”- Mekong River Literature Award (MERLA) ຄັ້ງທີ 8 ປີ 2017 ຫາກໍ່ດຳເນີນທີ່ສູນວັດທະນະທຳ ໄທ ຢູ່ບາງກອກ.

(VOVWORLD) - ວັນທີ 28 ສິງຫາ, ຢູ່ນີງບີ່ງ, ໄດ້ຈັດຕັ້ງງານວາງສະແດງພາບຖ່າຍ ແລະ ຮູບເງົາເອກະສານໃນປະຊາຄົມ ອາຊຽນ ຢູ່ ຫວຽດນາມ. ງານວາງສະແດງແມ່ນການເຄື່ອນໄຫວແທດຈິງເພື່ອຫັນໂຄງການກະທຳຂອງລັດຖະບານ ກ່ຽວກັບການໂຄສະນາ, ເຜີຍແຜ່ ອາຊຽນ, ການສ້າງຕັ້ງປະຊາຄົມ ອາຊຽນ ແລະ ບັນດາຜົນປະໂຫຍດໂດຍປະຊາຄົມນຳມາໃຫ້ເປັນລະອຽດ.

(VOVWORLD) - ວັນທີ 28 ສິງຫາ, ທີ່ຄະນະເລຂາ ອາຊຽນ ຢູ່ນະຄອນຫລວງ ຢາກາກຕາ ປະເທດ ອິນໂດເນເຊຍ ໄດ້ດຳເນີນການເຈລະຈາກ່ຽວກັບວຽກງານຖະແຫຼງຂ່າວ ແລະ ສື່ສານໃນພາກພື້ນ ອາຊຽນ ດ້ວຍການເຂົ້າຮ່ວມຂອງບັນດານັກຮຽນຮູ້, ນັກຄົ້ນຄວ້າ, ບັນດານັກຄຸ້ມຄອງ ແລະ ນັກຂ່າວພາຍໃນພາກພື້ນ ແລະ ສາກົນ.

(VOVWORLD) -ພ້ອມກັບບັນດາວິສາຫະກິດຢູ່ພາຍໃນປະເທດ, ມີວິສາຫະກິດຕ່າງປະເທດຫລາຍແຫ່ງຄື ກຸ່ມບໍລິສັດ Charoen Pokphand (CP) ຂອງໄທ ກໍ່ມີການເຄື່ອນໄຫວກຸສົນຫລາຍຢ່າງ. ໃນ 24 ປີແຫ່ງການເນີນທຸລະກິດ ຢູ່ ຫວຽດນາມ ກໍ່ແມ່ນ 24 ປີ ທີ່ CP ໄດ້ເຂົ້າຮ່ວມການເຄື່ອນໄຫວກຸສົນເປັນປະຈຳ. ໃນລາຍການຊາຍຄາອາຊຽນ ພາກນີ້, ເຊີນທ່ານພ້ອມກັບນັກຂ່າວ ກີມເງິນ ຊອກຮູ້ການເຄື່ອນໄຫວກຸສົນຂອງກຸ່ມບໍລິສັດ CP ຢູ່ ຫວຽດນາມ.

(VOVWORLD) - ຮອບຊິງຊະນະເລີດງານປະກວດສຽງເພງ ອາຊຽນ+3 ໂດຍວິທະຍຸກະຈາຍສຽງ ຫວຽດນາມ (VOV) ຈັດຕັ້ງ ໄດ້ດຳເນີນໃນຕອນຄ່ຳວັນທີ 20 ສິງຫາ, ຢູ່ເທດສະບານເມືອງ ເຊີ່ມເຊີນ, ແຂວງ ແທງຮ໋ວາ.

(VOVWORLD) -ຕອນຄ່ຳວັນທີ 19 ສິງຫາ ຢູ່ ເຊີມເຊີນ, ນະຄອນ ແທງຮວາ, ງານປະກວດສຽງເພງ ອາຊຽນ+3 ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງ ໄດ້ດຳເນີນຮອບຮອງຊະນະເລີດ. ຄະນະກຳມະການຕັດສິນໄດ້ຄັດເລືອກນັກຮ້ອງດີເດັ່ນ 10 ຄົນ ສືບຕໍ່ເຂົ້າຮ່ວມຮອບຊີງຊະນະເລີດໃນຕອນຄ່ຳວັນທີ 20 ສິງຫາ.

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (1967-2017) ແລະ 72 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (1945-2017), ວິທະຍຸກະຈາຍສຽງຫວຽດນາມ (VOV) ຈັດຕັ້ງງານປະກວດ ສຽງເພງ ອາຊຽນ+3 ໃນສອງວັນ 19-20 ສິງຫາຈະມາເຖິງ. ຄະນະຈັດຕັ້ງໃຫ້ຮູ້ວ່າ: ມີນັກຮ້ອງເຂົ້າງານປະກວດທັງໝົດ 25 ຄົນ ໃນເກນອາຍຸ 18-35 ປີ ມາຈາກບັນດາປະເທດ ອາຊຽນ ເຂົ້າຮ່ວມຮອບຮອງຊີງຊະນະເລີດ ແລະ ຮອບຊະນະເລີດ ດຳເນີນ ຢູ່ ແຂວງ ແທງຮວາ. ຄະນະລາວ ມີນັກຮ້ອງ ຫນຸ່ມ 2 ຄົນເຂົ້າຮ່ວມງານປະກວດສຽງເພງຄັ້ງນີ້. ເຊີນທ່ານຜູ້ຟັງພ້ອມກັບນັກຂ່າວ VOV ປະຈຳ ສປປ ລາວ ເຂົ້າຮ່ວມການຝືກແອບຂອງນັກຮ້ອງລາວ ກ່ອນທີ່ດຳເນີນງານປະກວດດັ່ງກ່າວ.

(VOVWORLD) - ເວລາ 19 ໂມງ ວັນທີ 19 ສິງຫາ (ຕາມເວລາ ຫວຽດນາມ), ພິທີໄຂງານມະຫາກຳກິລາ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 29 (SEA Games 29) ໄດ້ຈັດຕັ້ງຢ່າງເປັນທາງການຢູ່ສະໜາມກິລາແຫ່ງຊາດ Bukit Jalil, ຢູ່ໃຈກາງນະຄອນຫຼວງ Kuala Lumpur ປະເທດ ມາເລເຊຍ.

(VOVWORLD) - ວັນທີ 19 ສິງຫາ, ບັນດາຄະນະຜູ້ຕາງໜ້າຂອງ 10 ປະເທດ ສະມາຊິກ ອາຊຽນ ປະຈຳ ສປຊ ໄດ້ຈັດຕັ້ງ “ວັນຄອບຄົວ ອາຊຽນ” ຢູ່ ສວນສາທາລະນະ Astoria ຂຶ້ນກັບເມືອງ Queens, ນິວຢອກ, ປະເທດ ອາເມລິກາຢ່າງສົມກຽດ.
