ອາຊຽນ 2020: ຈີນ ຮຽກຮ້ອງໃຫ້ອາຊຽນ+3 ຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ຊຸກຍູ້ເສດຖະກິດ
(VOVWORLD) - ຕາມສຳນັກຂ່າວສານຊີນຮົວແລ້ວ, ໃນວັນທີ 04 ມິຖຸນາ ທ່ານລັດຖະມົນຕີກະຊວງການຄ້າ ຈີນ ຈຸງຊານ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ອາຊຽນ ພ້ອມກັບ 3 ປະເທດຄູ່ຮ່ວມມືລວມມີ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ (ອາຊຽນ+3) ເພີ່ມທະວີການຮ່ວມມືໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ຊຸກຍູ້ການພັດທະນາເສດຖະກິດ.










