ຊາຍຄາອາຊຽນ

25/05/2020

ຊາວ​ຫວຽດນາມປະຕິບັດ​ລະບຽບວິ​ໄນ​ໄດ້​ດີກ​ວ່າ ​ໃນ​ການ​ຕ້ານ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ການປະຕິບັດລະບຽບວິໄນຂອງປະຊາຊົນ ແມ່ນຂໍ້ກຸນແຈພາໄປເຖິງຜົນສໍາເລັດຂອງຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19.

ຊາວ​ຫວຽດນາມປະຕິບັດ​ລະບຽບວິ​ໄນ​ໄດ້​ດີກ​ວ່າ ​ໃນ​ການ​ຕ້ານ​ໂລກລະບາດ​ໂຄ​ວິດ - 19
24/05/2020

ສາມັກຄີໃນພາກພື້ນແມ່ນຂໍ້ກຸນແຈ ເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ

(VOVWORLD) - ອາຊຽນ ຄວນມີປະຕິກິລິຍາລວມໝູ່ ແລະ ເປັນເຈົ້າການຄືກຸ່ມກ້ອນໜຶ່ງ ໂດຍຜ່ານການສົມທົບກັນ, ລັກສະນະຮອບດ້ານ, ແບ່ງປັນຂໍ້ມູນ ແລະ ສ້າງແຜນກຳນົດນະໂຍບາຍໃຫ້ມີປະສິດທິຜົນ.

ສາມັກຄີໃນພາກພື້ນແມ່ນຂໍ້ກຸນແຈ ເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ
24/05/2020

ປະຊາ​ຄົມ​ຊາວ​ໄທ ອາ​ໄສ ຢູ່ ຫວຽດນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ຮັບ​ມື​ກັບ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) - ໃນຊຸມວັນຜ່ານມາ, ນອກຈາກເລື່ອງປະຕິບັດບັນດານະໂຍບາຍ ແລະ ມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງລັດຖະບານຫວຽດນາມ ຢ່າງເຂັ້ມງວດແລ້ວ, ປະຊາຄົມຊາວໄທ ອາໄສ ຢູ່ຫວຽດນາມ ແລະ ບັນດາວິສາຫະກິດໄທ ຍັງຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວເພື່ອວົງຄະນະຍາດ ແນໃສ່ປະກອບກໍາລັງເຫື່ອແຮງຂອງຕົນ ພ້ອມກັບລັດຖະບານຫວຽດນາມ ຮັບມືກັບໂລກລະບາດ. ຫວ່າງມໍ່ໆມານີ້, ສະຖານທູດ ໄທປະຈໍາ ຮ່າໂນ້ຍ ໄດ້ຮັບເງິນສົດຈໍານວນ 1.7 ຕື້ດົ່ງ ແລະ ອຸປະກອນການແພດຈາກປະຊາຄົມຊາວໄທ ແລະ ວິສາຫະກິດຫຼາຍແຫ່ງຂອງໄທ ຢູ່ຫວຽດນາມ ເພື່ອມອບໃຫ້ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແນໃສ່ໜູນຊ່ວຍວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດຢູ່ຫວຽດນາມ.

ປະຊາ​ຄົມ​ຊາວ​ໄທ ອາ​ໄສ ຢູ່ ຫວຽດນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ຮັບ​ມື​ກັບ​ໂລກລະບາດ​ໂຄ​ວິດ - 19
21/05/2020

ອາຊຽນ ​​ຮັບ​ມື​ກັບ​ໂລກລະບາດ​ໄດ້​ເປັນ​ຢ່າ​ງດີ​ພໍ​ສົມຄວນ ດ້ວຍ​ບົດບາດ​ເປັນ​ປະທານ​ອາຊຽນຂອງຫວຽດນາມ

(VOVWORLD) -ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີພໍສົມຄວນ ເມື່ອຫວຽດນາມ ຮັບບົດບາດເປັນປະທານໝູນວຽນ ໃນປີ 2020, ນັ້ນແມ່ນການຕີລາຄາລວມຂອງບັນດານັກຮຽນຮູ້ ແລະ ເຈົ້າໜ້າທີ່ ອາຊຽນ ທີ່ກອງປະຊຸມປຶກສາຫາລືທາງອອນລາຍ ດ້ວຍຫົວຂໍ້ “ອາຊຽນ ຢູ່ໃສ ໃນໄລຍະເກີດໂລກລະບາດໂຄວິດ - 19” ໂດຍສູນກົດໝາຍສາກົນ ສັງກັດມະຫາວິທະຍາໄລແຫ່ງຊາດ ສິງກະໂປ ຈັດຕັ້ງຂຶ້ນໃນວັນທີ 20 ພຶດສະພາ.

ອາຊຽນ ​​ຮັບ​ມື​ກັບ​ໂລກລະບາດ​ໄດ້​ເປັນ​ຢ່າ​ງດີ​ພໍ​ສົມຄວນ ດ້ວຍ​ບົດບາດ​ເປັນ​ປະທານ​ອາຊຽນຂອງຫວຽດນາມ
19/05/2020

ເວ​ທີ​ປາ​ໄສທາງອ​ອນ​ລາຍ​ລະ​ຫວ່າງ ອາ​ຊຽນ - ອົດ​ສະ​ຕ​າ​ລ​ີ​ຄັ້ງ​ທີ 32

(VOVWORLD) - ພາຍຫຼັງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ໃນວັນທີ 18 ພຶດສະພາ 2020, ທ່ານຫງວຽນກ໊ວກຢຸງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມໃນຖານະເປັນປະທານອາຊຽນ ໄດ້ເຂົ້າຮ່ວມເວທີປາໄສລະຫວ່າງ ອາຊຽນ - ອົດສະຕາລີ ຄັ້ງທີ 32.

ເວ​ທີ​ປາ​ໄສທາງອ​ອນ​ລາຍ​ລະ​ຫວ່າງ ອາ​ຊຽນ - ອົດ​ສະ​ຕ​າ​ລ​ີ​ຄັ້ງ​ທີ 32
18/05/2020

ກອງ​ປະຊຸມ​ເຈົ້າໜ້າທີ່​​ອາວຸ​ໂສ ອາຊຽນ

(VOVWORLD) - ຕອນເຊົ້າວັນທີ 18 ພຶດສະພາ 2020, ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ (SOM) ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຂັ້ນຮອງລັດຖະມົນຕີການຕ່າງປະເທດ ໄດ້ດໍາເນີນດ້ວຍຮູບແບບປະຊຸມອອນລາຍ. ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ກອງ​ປະຊຸມ​ເຈົ້າໜ້າທີ່​​ອາວຸ​ໂສ ອາຊຽນ
17/05/2020

ຄວາມ​ຮັກ​ແພງ​ຂອງ​ໄວໜຸ່ມຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຕໍ່ກັບ ລຸງ​ໂຮ່

(VOVWORLD) - ຄາວຍັງມີຊີວິດຢູ່ ລຸງໂຮ່ ຍາມໃດກໍໃຫ້ຄວາມເອົາໃຈໃສ່ເປັນພິເສດແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເບິ່ງຄືວ່າ ບັນດາຄວາມຮັກຄວາມແພງຂອງຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນນັ້ນ ໄດ້ເຕີມເຕັມກໍາລັງແຮງໃຫ້ແກ່ເພ່ິນໃນໄລຍະຊອກຫາເສັ້ນທາງກູ້ຊາດ. ການອວ່າຍໜ້າເມືອຫາ ລຸງໂຮ່ ກໍແມ່ນວິທີໜຶ່ງ ເຊິ່ງຊາວຫວຽດນາມ ອາໄສຢູ່ທົ່ວທຸກທະວີບໃນໂລກ ອວ່າຍໜ້າເມືອຫາປະເທດຊາດ, ໂດຍສະເພາະແມ່ນສໍາລັບໄວໜຸ່ມຫວຽດນາມລຸ້ນຄົນທີ 3, ທີ 4 ທີ່ອາໄສຢູ່ຕ່າງປະເທດ. ເຂົາເຈົ້າ ມີຄວາມປາດຖະໜາ ຢາກຊອກຮູ້, ຮັກສາສີສັນ, ວັດທະນະທໍາຂອງຊາດຫວຽດນາມ ຢູ່ຕ່າງປະເທດ. ຕໍ່ໄປ ເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ເຈິ່ນຕ໊ວນ.

ຄວາມ​ຮັກ​ແພງ​ຂອງ​ໄວໜຸ່ມຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຕໍ່ກັບ ລຸງ​ໂຮ່
15/05/2020

ໄຂ​ກອງ​ປະ​ຊຸມ​ ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ການ​ປ້ອງ​ກັນ​ຊາດ​ອາ​ຊຽນທາງ​ອອນ​ລາຍ

(VOVWORLD) -ຕອນເຊົ້າວັນທີ 15 ພຶດສະພາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດອາຊຽນທາງອອນລາຍ (ADSOM) ໄດ້ໄຂຂຶ້ນຢູ່ຮ່າໂນ້ຍພາຍໃຕ້ການເປັນປະທານຂອງທ່ານພົນໂທ ຫງວຽນຈີວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ADSOM ຫວຽດນາມ.

ໄຂ​ກອງ​ປະ​ຊຸມ​ ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ການ​ປ້ອງ​ກັນ​ຊາດ​ອາ​ຊຽນທາງ​ອອນ​ລາຍ
15/05/2020

ຫວ​ຽດ​ນາມ​ສຸ​ມ​ໃສ່​ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ປີ 2020ໃຫ້​ເປັນ​ຢ່າງ​ດີ

(VOVWORLD) -ທ່ານນາງເລທິທູຮັ່ງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: “ປັດຈຸບັນ, ຫວຽດນາມ ພວມສຸມໃສ່ເຂົ້າໃນການປະຕິບັດບົດບາດເປັນປະທານອາຊຽນ 2020 ໃຫ້ເປັນຢ່າງດີ."

ຫວ​ຽດ​ນາມ​ສຸ​ມ​ໃສ່​ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ປີ 2020ໃຫ້​ເປັນ​ຢ່າງ​ດີ