ອາລົມຈິດຄວາມຮັກແພງຂອງຊາວຊົນເຜົ່າສ່ວນຫນ້ອຍທີ່ມີຕໍ່ປະທານ ໂຮ່ຈີມິນ
(VOVWORLD) -ໃນຄາວຍັງມີຊີວິດຢູ່, ປະທານໂຮ່ຈີມິນ ຍາມໃດກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງບັນຫາຊົນເຜົ່າ, ວຽກງານຊົນເຜົ່າແລະຊາວຊົນເຜົ່າສ່ວນຫນ້ອຍ. ໂດຍຕອບຄືນຄວາມຮັກແພງນັ້ນ, ຊາວຊົນເຜົ່າ ຢູ່ ຫວຽດນາມພິເສດແມ່ນຊາວຊົນເຜົ່າສ່ວນຫນ້ອຍຍາມໃດກໍ່ສະແດງຄວາມເຄົາລົບນັບຖື, ຄວາມຮັກແພງຕໍ່ເພີ່ນ, ພະຍາຍາມປະຕິບັດຕາມຄຳສັ່ງສອນ, ຄຳຕັກເຕືອນຂອງເພີ່ນ, ຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ.










