ຊາວເຜົ່າ ຣຸກ ກໍ່ສ້າງໝູ່ບ້ານໃຫ້ມີຄວາມອີ່ມໜຳສຳລານສົມບູນພູນສຸກ
(VOVWORLD) - ພາຍຫລັງເກືອບ 65 ປີ ນັບແຕ່ເມື່ອໄດ້ຮັບການຄົ້ນພົບຢູ່ທ່າມກາງພູຜາປ່າໄມ້ ຟອງຍາ - ແກ໊ບ່າງ, ແຂວງ ກວ໋າງບິ່ງ, ພໍ່ແມ່ປະຊາຊົນຊາວເຜົ່າ ຣຸກ ພວມຄ່ອຍໆບັນລຸບັນດາຜົນງານໃຫມ່ ໃນວິວັດການພັດທະນາຊີວິດດ້ານເສດຖະກິດ, ສັງຄົມ. ຈາກ “ຄົນໃນປ່າ” ມາຮອດປະຈຸບັນ ເຂົາເຈົ້າໄດ້ຮູ້ຈັກວິທິການພັດທະນາເສດຖະກິດ, ກໍ່ສ້າງໝູ່ບ້ານໃຫ້ມີຄວາມອີ່ມໜຳສຳລານເທື່ອລະກ້າວ.










