ທ່ານຜູ້ຟັງ 3 ທ່ານທີ່ມີບົດເສັງດີທີ່ສຸດຈະໄດ້ຮັບເຊີນໃຫ້ໄປທ່ອງທ່ຽວຢູ່ ຫວຽດນາມ ເປັນເວລາ 5 ວັນໂດຍບໍ່ເສຍຄ່າ
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 336 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 35 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວ ຫລາຍຄົນໄດ້ສົ່ງຈົດໝາຍມາແບ່ງປັນຄວາມຮູ້ສຶກ, ຢາກຮູ້ຂ່າວຄາວກ່ຽວກັບການພົວພັນ ຫວຽດນາມ - ລາວ ໃນອາທິດຜ່ານມາ.









