ພິທີປິດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 41 ທີ່ ສສ ຫວຽດນາມ
(VOVWORLD) -ໃນລະຫວ່າງ ວັນທີ 08-10 ກັນຍາ 2020 ທີ່ ນະຄອນຫຼວງຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 41 (AIPA 41) ດ້ວຍຮູບແບບອອນລາຍ, ພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ນາງ ຫງວຽນທິກີມເງິນ ປະທານໄອປາ ຄັ້ງທີ 41, ປະທານສະພາແຫ່ງຊາດ ສສ ຫວຽດນາມ ພ້ອມດ້ວຍບັນດາທູຕານຸທູດຂອງບັນດາປະເທດສະມາຊິກເຂົ້າຮ່ວມ.








