ສູນກາງຄະນະຊາວໜຸ່ມ ຫວຽດນາມ ແລະ ລາວ ຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນໂລກລະບາດ Covid-19
(VOVWORLD) - ຕອນບ່າຍວັນທີ 30 ມີນາ, ທີ່ດ່ານຊາຍແດນສາກົນ ລາວບາວ (ແຂວງ ກວາງຈີ້) ແລະ ດ່ານຊາຍແດນ ແດນສະຫວັນ (ແຂວງ ສະຫວັນນະເຂດ), ຄະນະປະຕິບັດງານຂອງຄະນະຊາວໜຸ່ມແຂວງ ກວາງຈີ້ ໄດ້ຮັບການມອບສິດຈາກຄະນະເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ.









