ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບອະດີດການນຳຂັ້ນສູງຂອງລາວ ແລະ ສິ້ນສຸດການເຄື່ອນໄຫວຢ້ຽມຢາມ ລາວ
(VOVWORLD) - ຮອດຕອນຄ່ຳວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສປປ. ລາວ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ແຕ່ວັນທີ 9 – 10 ມັງກອນ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຢ່າງເປັນທາງການ.










