ການພົບປະລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ປະຈຳປີ - ສັນຍາລັກແກ່ຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ
(VOVWORLD) - ຕອນບ່າຍວັນທີ 25 ພະຈິກ, ຢູ່ພະນົມເປັນ ໄດ້ດຳເນີນການພົບປະລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ (ປະຈຳປີ). ນີ້ແມ່ນເຫດການສຳຄັນປະຈຳປີ, ສົມທົບກັບການຊ້ອມຮົບຮ່ວມລະຫວ່າງກອງທັບ 3 ປະເທດ, ກາຍເປັນສັນຍາລັກກ່ຽວກັບການພົວພັນຮ່ວມມືລະຫວ່າງສາມປະເທດບ້ານໃກ້ເຮືອນຄຽງ.










