ແຂວງ ກວາງຈິ ເພີ່ມທະວີການຮ່ວມມືກັບສອງແຂວງ ສະຫວັນນະເຂດ ແລະ ສາລະວັນ
(VOVWORLD) -ວັນທີ 27 ທັນວາ, ຢູ່ນະຄອນ ດົງຮ່າ, ແຂວງ ກວາງຈິ ຂອງ ຫວຽດນາມ ໄດ້ດຳເນີນກອງປະຊຸມພົບປະລະຫວ່າງຄະນະຜູ້ແທນຂັ້ນສູງແຂວງ ກວ໋າງຈິ ກັບຄະນະຜູ້ແທນຂັ້ນສູງຂອງແຂວງ ສະຫວັນນະເຂດ ແລະ ສາລະວັນ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ ລາວ ຄົບຮອບ 60 ປີ (5/9/1962 – 5/9/2022); ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/7/1977 – 18/7/2022).










