ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
(VOVWORLD) -ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຢັ້ງຢືນບັນດາການປະກອບສ່ວນຂອງຜູ້ເຄີຍເປັນທະຫານອາສາສະໝັກ, ນັກຊ່ຽວຊານທີ່ເຄີຍໄດ້ໄປປະຕິບັດງານຢູ່ ລາວ ໃນເມື່ອກ່ອນ ຊຶ່ງແມ່ນພະຍານຫຼັກຖານເພື່ອແລກປ່ຽນ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.










