ສະຖານະການ ການເມືອງ

11/11/2024

ຫວຽດ​ນາມ ແລະ ຄວາມມາ​ນະ​ພະ​ຍາ​ຍາມ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ວັນທີ 11 ພະຈິກ, ກອງປະຊຸມຄັ້ງທີ 29 ບັນດາຝ່າຍເຂົ້າຮ່ວມກອບສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP29) ໄດ້ດຳເນີນຢູ່ Baku, ອາເຊັກໄບຢານ. ເຂົ້າຮ່ວມກອງປະຊຸມ COP 29, ຫວຽດນາມ ສະໜັບສະໜູນທັດສະນະທີ່ວ່າ ບັນດາປະເທດພັດທະນາຕ້ອງຮັບປະກັນເປົ້າໝາຍການເງິນດ້ານດິນຟ້າອາກາດ ແລະ ເປີດເຜີຍແຫຼ່ງລາຍຮັບ, ກໍຄືບັນດາບ້ວງເງິນໃຊ້ຈ່າຍຜ່ານບົດລາຍງານປະຈຳປີ. ຫວຽດນາມ ສະເໜີ ການໃຊ້ຈ່າຍແກ່ການຮັບມືທີ່ເໝາະສົມ ແລະ ຫຼຸດຜ່ອນອາຍພິດເຮືອນແກວ້ນັ້ນ ແມ່ນຕ້ອງມີຄວາມຄ້າຍຄືກັນ.

ຫວຽດ​ນາມ ແລະ ຄວາມມາ​ນະ​ພະ​ຍາ​ຍາມ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
08/11/2024

ຫວຽດ​ນາມ ສົ່ງ​ສານ​ກ່ຽວ​ກັບ​ຄວາມ​ຫວັງ​ບຸກ​ບືນ​​ຕົນ​ໃນ​ສັງ​ກາດ​ໃໝ່

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສ.ຈີເລ Gabriel Boric Font ແລະ ທ່ານ ນາງ Dina Ercilia Boluarte Zegarraປະທານາທິບໍດີ ສ.ເປຣູ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງຈະໄປຢ້ຽມຢາມ ສ.ຈີເລ, ສ.ເປຣູຢ່າງເປັນທາງການ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟິກ (APEC) 2024 ໃນລະຫວ່າງວັນທີ 9 ຫາວັນທີ 16 ພະຈິກ. ການຢ້ຽມຢາມຈະປະກອບສ່ວນສືບຕໍ່ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບ ຈີເລ ແລະ ເປຣູ, ເພີ່ມທະວີການສົມທົບກັນລະຫວ່າງບັນດາປະເທດໃນການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ, ພ້ອມກັນນັ້ນກໍ່ສົ່ງສານກ່ຽວກັບສັງກາດບຸກບືນຂອງປະເທດຊາດ.

ຫວຽດ​ນາມ ສົ່ງ​ສານ​ກ່ຽວ​ກັບ​ຄວາມ​ຫວັງ​ບຸກ​ບືນ​​ຕົນ​ໃນ​ສັງ​ກາດ​ໃໝ່
06/11/2024

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ: ທ່ານ Donald Trump ຍາ​ດ​ໄດ້​ໄຊ​ຊະ​ນະ

(VOVWORLD) - ຜູ້ສະໝັກຮັບເລືອກຕັ້ງພັກສາທາລະນະ, ອະດີດປະທານາທິບໍດີ ອາເມລິກາ ທ່ານDonald Trump ໄດ້ຮັບໄຊຊະນະໃນການເລືອກຕັ້ງອາເມລິກາ 2024 ແລະ ກາຍເປັນປະທານາທິບໍດີ ຄົນທີ 47 ຂອງ ອາເມລິກາ. ໝາກຜົນນີ້ອາດຈະສ້າງການປ່ຽນແປງອັນໃໝ່ຫຼວງຢູ່ ປະເທດ ອາເມລິກາ ແລະ ໃນທົວໂລກ.

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ: ທ່ານ Donald Trump ຍາ​ດ​ໄດ້​ໄຊ​ຊະ​ນະ
05/11/2024

ເຫັນແຈ້ງບັນດາສິ່ງທ້າທາຍເພື່ອຊຸກຍູ້ການເຕີບໂຕແບບຍືນຍົງ

(VOVWORLD) - ນັບແຕ່ຕົ້ນປີມາຮອດປະຈຸບັນ, ໃນສະພາບທົ່ວໂລກຂາດຄວາມສະຖຽນລະພາບ, ຜົນສະທ້ອນຢ່າງໜັກໜ່ວງຈາກໄພທຳມະຊາດ, ພາຍຸນ້ຳຖ້ວມຢູ່ພາຍໃນປະເທດ, ແຕ່ເສດຖະກິດ ຫວຽດນາມ ຍັງບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ.

ເຫັນແຈ້ງບັນດາສິ່ງທ້າທາຍເພື່ອຊຸກຍູ້ການເຕີບໂຕແບບຍືນຍົງ
04/11/2024

ຫ​ວຽດ​ນາມ ຕັ້ງ​ໜ້າ​ສ້າງ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ພັດ​ທະ​ນາ​ຢ່າງວັດ​ທະ​ນາ​ຖາ​ວອນ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປ. ຈີນ ຫຼີຊຽງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ຄັ້ງທີ 8 (GMS 8), ແຕ່ວັນທີ 5 – 8 ພະຈິກ ຢູ່ ຈີນ. ໂດຍແມ່ນປະເທດສະມາຊິກທີ່ຕິດພັນກັບຜົນປະໂຫຍດຂອງກົນໄກຮ່ວມມືນີ້, ຫວຽດນາມ ຍາມໃດກໍມານະພະຍາຍາມ, ຕັ້ງໜ້າຊຸກຍູ້ການຮ່ວມມື, ເພື່ອແນໃສ່ສ້າງອະນຸພາກພື້ນແມ່ນ້ຳຂອງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢ່າງວັດທະນາຖາວອນ.

ຫ​ວຽດ​ນາມ ຕັ້ງ​ໜ້າ​ສ້າງ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ພັດ​ທະ​ນາ​ຢ່າງວັດ​ທະ​ນາ​ຖາ​ວອນ
01/11/2024

ການ​ເລືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ: ເຄັ່ງ​ຂຶມ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້

(VOVWORLD) - ບັ້ນຂົນຂວາຍຫາສຽງເລືອກຕັ້ງຂອງຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີ 2 ຄົນຄື ທ່ານນາງ Kamala Harris ແລະ ທ່ານ Donald Trump ໄດ້ດຳເນີນໄປຢ່າງລຽນຕິດຈົນຮອດຊຸມວັນສຸດທ້າຍ ກ່ອນທີ່ການປ່ອນບັດເລືອກຕັ້ງທາງການທີ່ຈັດຂຶ້ນໃນວັນທີ 5 ພະຈິກ ທີ່ຈະມາເຖິງ. ການຜັນແປໃນຕົວຈິງໃຫ້ເຫັນບັນດາປັດໄຈຍາກທີ່ຈະຄາດຄະເນໄດ້ທີ່ສຸດ ໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ຄັ້ງຕ່າງໆໃນຫຼາຍທົດສະວັດຜ່ານມາ.

ການ​ເລືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ: ເຄັ່ງ​ຂຶມ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້
31/10/2024

ນຳປະເທດຊາດຂ້າມຜ່ານກັບດັກລາຍໄດ້ປານກາງ

(VOVWORLD) - ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມໄດ້ວາງອອກຄາດໝາຍຮອດປີ 2045 ນຳປະເທດ ຫວຽດນາມກາຍເປັນປະເທດພັດທະນາມີລາຍຮັບສູງ. ປະຈຸບັນ ຫວຽດນາມ ຂຶ້ນກັບກຸ່ມປະເທດມີລະດັບລາຍຮັບປານກາງ. ເປົ້າໝາຍໃຫ້ກາຍເປັນປະເທດມີລາຍຮັບສູງໃນປີ 2045 ແມ່ນເສັ້ນທາງທີ່ບໍ່ສະດວກປານໃດ ແຕ່ກໍ່ແມ່ນກຳລັງຫນູນເພື່ອໃຫ້ ຊາວ ຫວຽດນາມ ເປັນຈິດຫນຶ່ງໃຈດຽວເພື່ອປະຕິບັດຄວາມຄາດຫວັງວັດທະນາຖາວອນຈະເລີນຮຸ່ງເຮືອງ.

ນຳປະເທດຊາດຂ້າມຜ່ານກັບດັກລາຍໄດ້ປານກາງ
30/10/2024

ຫວຽດ​ນາມ - ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) - ຫວຽດນາມ ພວມມີການຫັນປ່ຽນຢ່າງແຮງ ແລະ ຢືນຢູ່ຕໍ່ໜ້າບັນດາກາລະໂອກາດໃໝ່. ສິ່ງນີ້ໄດ້ຮັບການຢັ້ງຢືນຈາກການນຳບັນດາປະເທດ, ນັກຊ່ຽວຊານດ້ານເສດຖະກິດລະດັບໂລກ ແລະ ຖືວ່າ ຫວຽດນາມ ສວມບົດບາດສຳຄັນໃນການເຕີບໂຕຂອງພາກພື້ນ.

ຫວຽດ​ນາມ - ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
29/10/2024

ທາງທິດເໜືອເຂດ ກາຊາ ພວມຢືນຢູ່ຕໍ່່ໜ້າໄພພິບັດດ້ານມະນຸດສະທຳ

(VOVWORLD) - ເກືອບທັງໝົດລະບົບສາທາລະນະສຸກ ພ້ອມກັບບ່ອນລີ້ໄພຢູ່ທາງພາກເໜືອເຂດ ກາຊາ ຖືກທຳລາຍ, ພາໄປເຖິງຄວາມສ່ຽງທີ່ວ່າ ເຂດນີ້ຈະບໍ່ມີສາມັນຊົນ ປາແລັດສະຕິນ ອີກ.

ທາງທິດເໜືອເຂດ ກາຊາ ພວມຢືນຢູ່ຕໍ່່ໜ້າໄພພິບັດດ້ານມະນຸດສະທຳ
28/10/2024

ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ທີ່​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ແຖວ​ໜ້າ ໃນ​ພາກ​ພື້ນຕາ​ເວັນ​ອອກ​ກາງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ພວມຢ້ຽມຢາມ ສະຫະລັດ ອາຣັບ ເອມມີເລດ (UAE), ກາຕາ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມການລົງທຶນອະນາຄົດຄັ້ງທີ 8 ແລະ ຢ້ຽມຢາມ, ເຮັດວຽກກັບລາຊະອານາຈັກ ອາຣັບບິ ຊະອຸດິ (ແຕ່ວັນທີ 27 ຕຸລາ ຫາວັນທີ 01 ພະຈິກ). ການຢ້ຽມຢາມ ເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກລະດັບການພົວພັນຂອງ ຫວຽດນາມ ກັບບັນດາປະເທດ, ເປີດກວ້າງໄລຍະການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ກັບ UAE, ອາຣັບບີ ຊະອຸດິ ແລະ ກາຕາ, ພິເສດແມ່ນສ້າງບາດກ້າວບຸກທະລຸກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ນຳສິນຄ້າ ຫວຽດນາມ ສຳຜັດກັບຕະຫຼາດເຂດອ່າວເປີເຊຍ.

ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ທີ່​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ແຖວ​ໜ້າ ໃນ​ພາກ​ພື້ນຕາ​ເວັນ​ອອກ​ກາງ