ຮັບປະກັນພະລັງງານເພື່ອຮັບໃຊ້ເປົ້າໝາຍພັດທະນາປະເທດ
(VOVWORLD) - ປີ 2024, ບັນດາພາກສ່ວນເສດຖະກິດ ຫວຽດນາມ ບັນລຸລະດັບເຕີບໂຕທີ່ເປັນໜ້າຈັບອົກຈັບໃຈ. ປະກອບສ່ວນເຂົ້າໃນຜົນສຳເລັດນັ້ນ ແມ່ນບົດບາດສຳຄັນຂອງຂະແໜງພະລັງງານແຫ່ງຊາດ. ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕ 8% ໃນປີ 2025 ຄື ລັດຖະບານໄດ້ວາງອອກ, ໜຶ່ງໃນບັນດາໜ້າທີ່ແຖວໜ້າໄດ້ວາງອອກນັ້ນແມ່ນ ຫວຽດນາມ ຕ້ອງສືບຕໍ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ.










