ສະພາບການໃໝ່ໃນການພົວພັນລະຫວ່າງ ອາເມລິກາ-ລັດເຊຍ
(VOVWORLD) - ການພົວພັນລະຫວ່າງ ອາເມລິກາ-ລັດເຊຍ ພວມມີບັນດາບາດກ້າວຫັນປ່ຽນທີ່ໜ້າສົນໃຈ. ເລື່ອງບັນດາເຈົ້າໜ້າທີ່ອະວຸໂສ ອາເມລິກາ ແລະ ລັດເຊຍ ເມື່ອວັນທີ 18 ກຸມພາ ໄດ້ດຳເນີນການເຈລະຈາຄັ້ງທຳອິດຢູ່ Ryiadh (Saudi Arabia) ນັບແຕ່ເມື່ອເກີດການປະທະກັນຢູ່ ຢູແກຼນ ໃນເດືອນກຸມພາ ປີ 2022 ແມ່ນເຫດການທີ່ເປັນບາດລ້ຽວ, ເປີດໄລຍະໃໝ່ໃນການພົວພັນລະຫວ່າງສອງປະເທດມະຫາອຳນາດ, ພ້ອມທັງຈະສາມາດກະທົບຢ່າງແຮງຕໍ່ສະພາບການເມືອງ ແລະ ຄວາມໝັ້ນຄົງສາກົນໃນປະຈຸບັນ.










