ຫວຽດນາມ ຢັ້ງຢືນພາລະກຳສາກົນໃນສະໄໝສັນຕິພາບ
(VOVWORLD) - ພາຍຫຼັງໄພພິບັດແຜ່ນດິນໄຫວເກີດຂຶ້ນຢູ່ ມຽນມາ ບໍ່ຮອດ 24 ຊົ່ວໂມງ, ດ້ວຍນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຄວາມຮັບຜິດຊອບສູງຕໍ່ປະຊາຄົມສາກົນ, ຫວຽດນາມ ໄດ້ສ້າງແຜນການສົ່ງກຳລັງໄປເຂົ້າຮ່ວມການຊ່ວຍເຫຼືອມະນຸດສະທຳ, ຊ່ວຍເຫຼືອແກ້ໄຂໄພພິບັດຢູ່ ມຽນມາ. ໜ້າທີ່ດັ່ງກ່າວ ບໍ່ພຽງແຕ່ຢັ້ງຢືນຄວາມເປັນມືອາຊີບ, ຄວາມສາມາດກຽມພ້ອມຮັບມືກັບທຸກກໍລະນີຂອງກຳລັງປະກອບອາວຸດ ຫວຽດນາມ ເທົ່ານັ້ນ, ຫາກຍັງເປັນພະຍານຫຼັກຖານອັນມີຊີວິດຊີວາທີ່ສະແດງໃຫ້ເຫັນເຖິງນ້ຳໃຈສາກົນອັນຜ່ອງໃສ, ວັດທະນະທຳມະນຸດ, ເພື່ອສັນຕິພາບຂອງຊາດ ຫວຽດນາມ ອີກດ້ວຍ.










