ສະຖານະການ ການເມືອງ

06/06/2025

ກອງ​ປະ​ຊຸມ​ມະ​ຫາ​ສະ​ໝຸດ ສ​ປ​ຊ ຄັ້ງ​ທີ 3: ຄວາມ​ມຸ່ງ​ຫວັງ​ສ້າງ​ບາດ​ລ້ຽວ​ໃນ​ການ​ປົກ​ປ້ອງ​ທະ​ເລ

(VOVWORLD) - ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC3), ຈະຖືກຈັດຂຶ້ນແຕ່ວັນທີ 9-13 ມິຖຸນາ ຢູ່ນະຄອນ Nice, ທາງພາກໃຕ້ປະເທດ ຝະລັ່ງ. ກອງປະຊຸມເພື່ອແນໃສ່ບັນລຸໄດ້ຄວາມເຫັນດີເຫັນພ້ອມທົ່ວໂລກ ແລະ ລະດົມແຫຼ່ງເງິນອຸປະຖຳໃຫ້ແກ່ວຽກງານອະນຸລັກຮັກສາທະເລ, ໃນສະພາບການທີ່ຫຼາຍປະເທດ ຍັງມີຄວາມບໍ່ລົງລອຍກັນກ່ຽວກັ ບການຂຸດຄົ້ນທະເລເລິກ, ຂີ້ເຫຍື້ອປລາສະຕິກ ແລະ ການຈັບຫາປາເກີນກຳນົດ.

ກອງ​ປະ​ຊຸມ​ມະ​ຫາ​ສະ​ໝຸດ ສ​ປ​ຊ ຄັ້ງ​ທີ 3:  ຄວາມ​ມຸ່ງ​ຫວັງ​ສ້າງ​ບາດ​ລ້ຽວ​ໃນ​ການ​ປົກ​ປ້ອງ​ທະ​ເລ
04/06/2025

ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ

(VOVWORLD) - ນັບແຕ່ວັນທີ 5 – 14 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ. ແອັດໂຕເນຍ ຢ່າງເປັນທາງການ ເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 ຢູ່ສ.ຝລັ່ງ ແລະ ຢ້ຽມຢາມ ລາຊະອານາຈັກ ສະວິດຢ່າງເປັນທາງການ. ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ເພື່ອແນໃສ່ຊຸກຍູ້ການພົວພັນກັບສາມປະເທດ ເອີລົບໃຫ້ຫຼາຍກ່ວາອີກ, ພ້ອມທັງປະກອບສ່ວນເຂົ້າຂໍ້ລິເລີ່ມ ແລະ ມາດຕະການອະນຸລັກຮັກສາ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດ ແບບຍືນຍົງ.

ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ
03/06/2025

ອາເມລິກາ ຊຸກຍູ້ບັນດາຄວາມມານະພະຍາຍາມເພື່ອບັນລຸຂໍ້ຕົກລົງດ້ານນິວເຄຼຍກັບ ອີຣານ ໂດຍໄວ

(VOVWORLD) - ຝ່າຍ ອາເມລິກາ ຍອມຮັບເລື່ອງ ອີຣານ ເສີມທາດຢູລານຽມຢູ່ຮາກຖານໜ້າດິນ ເພື່ອຮັບໃຊ້ການຜະລິດພະລັງງານນິວເຄຼຍພົນລະເຮືອນ, ໄດ້ກຳນົດຢູ່ລະດັບ 3% ຕາມການແນະນຳຂອງອົງການພະລັງງານປະລະມານູສາກົນ (IAEA).

ອາເມລິກາ ຊຸກຍູ້ບັນດາຄວາມມານະພະຍາຍາມເພື່ອບັນລຸຂໍ້ຕົກລົງດ້ານນິວເຄຼຍກັບ ອີຣານ ໂດຍໄວ
02/06/2025

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ເສດ​ຖະ​ກິດ​ພາກເອ​ກະ​ຊົນ

(VOVWORLD) - ວັນທີ 31 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການໂອ້ລົມສົນທະນາກັບບັນດາວິສາຫະກິດກ່ຽວກັບການຜັນຂະຫຍາຍມະຕິເລກທີ 68 - NQ/TW ວ່າດ້ວຍການພັດທະນາເສດຖະກິດເອກະຊົນ. ເລື່ອງທ່ານນາຍົກລັດຖະມົນຕີໂອ້ລົມສົນທະນາກັບປະຊາຄົມວິສາຫະກິດພາກເອກະຊົນກ່ຽວກັບມະຕິສະບັບເລກທີ 68 ນັ້ນ ແມ່ນບາດກ້າວສຳຄັນເພື່ອຊຸກຍູ້ການປະຕິຮູບລະບອບລະບຽບການ, ຍົກສູງປະສິດທິຜົນການເຄື່ອນໄຫວດຳເນີນທຸລະກິດ ແລະ ໜູນຊ່ວຍວິສາຫະກິດພັດທະນາແບບຍືນຍົງ.

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ເສດ​ຖະ​ກິດ​ພາກເອ​ກະ​ຊົນ
30/05/2025

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

(VOVWORLD) - ການໂອ້ລົມສົນທະນາ Shangri-La ປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 30 ພຶດສະພາຫາວັນທີ 1 ມິຖຸນາ ໃນສະພາບການເພີ່ມຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ ກໍ່ຄືບັນດາປັດໄຈຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ຊື່ງໄດ້ກໍ່ຄວາມກົດດັນໃຫ່ຍຕໍ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງ ຂອງ ອາຊີ-ປາຊີຟິກ.

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La  ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ
28/05/2025

ການ​ພົວ​ພັນ ເອີ​ລົບ - ອິດ​ສະ​ລາ​ແອັນ ເຄັ່ງ​ຕຶງ​ຍ້ອນ​ການ​ປະ​ທະ​ກັນ​ຢູ່​ເຂດ​ກາ​ຊາ

(VOVWORLD) - ໃນສະພາບການປະທະກັນຢູ່ເຂດກາຊາພວມກ້າວເຂົ້າສູ່ໄລຍະໃໝ່ທີ່ຮ້າຍແຮງກ່ວາ, ພາໄປເຖິງຄວາມສ່ຽງເກີດວິນາດຕະກຳມະນຸດສະທຳຂອບຂະໜາດໃຫຍ່, ມີຫຼາຍປະເທດພັນທະມິດຢູ່ເອີລົບຂອງ ອິດສະລາແອັນ ພວມເພີ່ມທະວີບັນດາການກະທຳກໍ່ຄວາມກົດດັນທາງການທູດ ແລະ ການເມືອງຕໍ່ອຳນາດການປົກຄອງອິດສະລາແອັນ.

ການ​ພົວ​ພັນ ເອີ​ລົບ - ອິດ​ສະ​ລາ​ແອັນ ເຄັ່ງ​ຕຶງ​ຍ້ອນ​ການ​ປະ​ທະ​ກັນ​ຢູ່​ເຂດ​ກາ​ຊາ
27/05/2025

ສ້າງຖັນແຖວພະນັກງານມີກຳລັງຄວາມສາມາດຢ່າງພຽງພໍ ເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢືນຢັນວ່າ: “ພະນັກງານ ແລະ ວຽກງານພະນັກງານແມ່ນບັນຫາ “ສຳຄັນຍິ່ງ”, “ຕັດສິນທຸກວຽກງານ”, “ພະນັກງານເປັນກົກຂອງທຸກວຽກງານ”

ສ້າງຖັນແຖວພະນັກງານມີກຳລັງຄວາມສາມາດຢ່າງພຽງພໍ ເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່
26/05/2025

ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂອງ ອາ​ຊຽນ

(VOVWORLD) - ວັນທີ 26 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຢູ່ ມາເລເຊຍ. ປີ 2025 ໄດ້ສ້າງຂີດໝາຍຄົບຮອບ 30 ປີ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ, ການເຂົ້າຮ່ວມ ແລະ ການປະກອບສ່ວນຢ່າງຕັ້ງໜ້າໃນກອງປະຊຸມສຸດຍອດຄັ້ງນີ້ ສືບຕໍ່ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບເປົ້າໝາຍລວມ ນັ້ນແມ່ນສ້າງ ອາຊຽນ ສາມັກຄີ, ມຸ່ງໄປເຖິງອະນາຄົດ ແລະ ສວມບົດບາດເປັນໃຈກາງໃນສັນຕິພາບຂອງພາກພື້ນ.

ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂອງ ອາ​ຊຽນ
23/05/2025

ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ຝລັ່ງ ສືບຕໍ່ເຂົ້າສູ່ລວງເລີກ, ແທດຈິງ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສ. ຝລັ່ງ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 25 -27 ພຶດສະພາ. ການຢ້ຽມຢາມ ແມ່ນເສົາຄ້ຳສຳຄັນ ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຝລັ່ງ ສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກວ່າ.

ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ຝລັ່ງ ສືບຕໍ່ເຂົ້າສູ່ລວງເລີກ, ແທດຈິງ
21/05/2025

ອັງ​ກິດ - EU ສ້າງ​ຕັ້ງ​ການ​ພົວ​ພັນ​ໃໝ່​ພາຍຫຼັງ Brexit

(VOVWORLD) - ວັນທີ 19 ພຶດສະພາ, ບັນດາການນຳອັງກິດ ແລະ ສະຫະພາບເອີລົບ (EU) ໄດ້ລົງນາມຂໍ້ຕົກລົງຫຼາຍສະບັບກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພະລັງງານ, ສະບຽງອາຫານ, ສ້າງຂີດໝາຍກ່ຽວກັບການກຳນົດຄືນການພົວພັນໃໝ່ທີ່ສະໜິດສະໜົມກ່ວາ ພາຍຫຼັງໄລຍະໜຶ່ງຖືກແຕກແຫງຍ້ອນ Brexit ແລະ ໃນສະພາບການເອີລົບຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ກ່ຽວກັບພູມສາດການເມືອງ.

ອັງ​ກິດ - EU ສ້າງ​ຕັ້ງ​ການ​ພົວ​ພັນ​ໃໝ່​ພາຍຫຼັງ Brexit