ຫວຽດນາມ ຢຶດໝັ້ນປ້ອງກັນ, ຕ້ານການຄ້າມະນຸດ
(VOVWORLD) - ສປຊ ໄດ້ເລືອກເອົາວັນທີ 30 ກໍລະກົດ ແມ່ນ ວັນໂລກປ້ອງກັນຕ້ານການຄ້າມະນຸດ”. ຫວຽດນາມ ກໍ່ຖືວັນນີ້ແມ່ນວັນ “ທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ”. ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມສະກັດກັ້ນອາດຊະຍາກຳປະເພດນີ້, ປົກປ້ອງສິດທິມະນຸດ ແລະ ສ້າງສັງຄົມປອດໄພ, ປອດໃສ.









