ຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບູຕານ
(VOVWORLD) - ວັນທີ 18 ສິງຫາ, ກະສັດ ພູຖານ Jigme Khesar Namgyel Wangchuck ແລະ ພະມະເຫສີ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນລະຫວ່າງວັນທີ 18 – 22 ສິງຫາ, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ເປັນຄັ້ງທຳອິດຂອງລາຊະອານາຈັກ ພູຖານ ຫວຽດນາມ ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດເມື່ອປີ 2012. ການຢ້ຽມຢາມມີຄວາມໝາຍສຳຄັນເປັນພິເສດ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ໃນທຸກຂົງເຂດຢ່າງແຮງ, ພິເສດແມ່ນເສດຖະກິດການຄ້າ ແລະ ພັດທະນາການທ່ອງທ່ຽວ.










