Timor Leste ເຂົ້າເປັນສະມາຊິກ ອາຊຽນ: ຍົກສູງທີ່ຕັ້ງລວມຂອງກຸ່ມ
(VOVWORLD) - ວັນທີ 26 ຕຸລາ ແມ່ນຂີດໝາຍປະຫວັດສາດໃໝ່ສຳລັບ ອາຊຽນ ເມື່ອ Timor Leste ໄດ້ກາຍເປັນປະເທດສະມາຊິກທີ 11 ຂອງກຸ່ມ. ເຫດການດັ່ງກ່າວໄດ້ນຳ ອາຊຽນ ກາຍເປັນອົງການຈັດຕັ້ງທີ່ເຕົ້າໂຮມບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ສ້າງກຳລັງແຮງໃໝ່ໃຫ້ແກ່ສະມາຄົມໃນອະນາຄົດ.








