ອາຟະລິກາ ແລະ ເອີລົບ ກຳນົດການພົວພັນໃນສັງກາດໃໝ່
(VOVWORLD) - ວັນທີ 24-25 ພະຈິກ, ສະຫະພາບ ອາຟະລິກາ (AU) ແລະ ສະຫະພາບ ເອີລົບ (EU) ໄດ້ຈັດກອງປະຊຸມສຸດຍອດຢູ່ Luanda, Angola. ນີ້ແມ່ນການກະທຳຫຼ້າສຸດຂອງສອງທະວີບໃນການກຳນົດການພົວພັນຄືນໃໝ່ໃນສັງກາດໃໝ່ກ່ຽວກັບ 3 ເສົາຄ້ຳເສດຖະກິດ, ການຄ້າ ແລະ ຄວາມໝັ້ນຄົງ ໃນສະພາບການທີ່ພູມສາດການເມືອງທົ່ວໂລກ ໄດ້ແບ່ງແຍກຢ່າງເລິກເຊິ່ງ ແລະ ຮຽກຮ້ອງບົດບາດທີ່ສຳຄັນໃຫ້ແກ່ ອາຟະລິກາ ທີ່ນັບມື້ນັບຫຼວງຫຼາຍກວ່າ.










