ຫວຽດນາມ - ປະເທດທີ່ໄດ້ຮັບການຄັດເລືອກ
(VOVWORLD) -

(VOVWORLD) -

(VOVWORLD) - ວັນທີ 2 ເມສາ ປີ 2025, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ປະກາດ “ພາສີອາກອນໃນວັນປົດປ່ອຍ”, ຈັດວາງອັດຕາພາສີສົມທົບລະດັບສູງ ສຳລັບເກືອບທັງໝົດບັນດາປະເທດ, ລວມມີບັນດາປະເທດພັນທະມິດທີ່ໃກ້ຊິດທີ່ສຸດຂອງ ອາເມລິກາ, ແຕ່ 10% ຫາຫຼາຍກວ່າ 50%.

(VOVWORLD) - ປີ 2025 ໄດ້ຂີດໝາຍບາດກ້າວບຸກທະລຸຢ່າງແຮງກ່ຽວກັບການພັດທະນາພື້ນຖານໂຄງລ່າງ, ແມ່ນປະຖົມປັດໃຈ, ພື້ນຖານສຳຄັນໃຫ້ລະບົບໂຄງປະກອບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ຕອບສະຫນອງຄວາມຮຽກຮ້ອງພັດທະນາປະເທດຊາດໃນສັງກາດໃໝ່.

(VOVWORLD) - ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

(VOVWORLD) - ວັນທີ 24 ທັນວາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ປະກາດແຜນການສັນຕິພາບສະບັບຫຼ້າສຸດຂອງປະເທດນີ້ ແລະ ອາເມລິກາ ເຊິ່ງໄດ້ຮັບການເຈລະຈາໃນຫຼາຍອາທິດຜ່ານມາ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວເດີນໃໝ່ໃນບັນດາຄວາມມານະພະຍາຍາມເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນທີ່ແກ່ຍາວມາເປັນເວລາເກືອບ 4 ປີຜ່ານມາ, ເຖິງຢ່າງໃດກໍຕາມຍັງມີຄວາມສົງໄສຫຼາຍຢ່າງກ່ຽວກັບການຍອມຮັບຈາກຝ່າຍລັດເຊຍຕໍ່ແຜນການນີ້.
(VOVWORLD) - ໃນປີ 2025, ການເມືອງໂລກສືບຕໍ່ຜ່ານຜ່າບັນດາການຜັນແປທີ່ມີລັກສະນະບາດລ້ຽວ, ເມື່ອບັນດາຄວາມເຄັ່ງຕຶງດ້ານການເມືອງ ແລະ ເສດຖະກິດທົ່ວໂລກສ່ອງແສງຢ່າງຈະແຈ້ງເຖິງບັນດາການເຄື່ອນໄຫວມຸ່ງໄປເຖິງຄວາມເປັນລະບຽບຮຽບຮ້ອຍໃໝ່ກ່ຽວກັບເສດຖະກິດ ແລະ ຄວາມໝັ້ນຄົງດ້ວຍຫຼາຍສິ່ງທີ່ຍາກຈະຄາດຄະເນລ່ວງໜ້າໄດ້.

(VOVWORLD) - ສູນການເງິນສາກົນຢູ່ ຫວຽດນາມ (IFC) ແມ່ນການເລີ່ມຕົ້ນວິວັດແຫ່ງການປ່ຽນແປງໃໝ່ດ້ານຄຸນນະພາບ, ປະສິດທິຜົນສຳລັບການພັດທະນາຕະຫຼາດການເງິນ, ດ້ວຍການກະທົບຢ່າງເລິກເຊິ່ງ, ກວ້າງຂວາງເຖິງທຸກຂະແໜງ, ຂົງເຂດ

(VOVWORLD) - ຕອນເຊົ້າວັນທີ 22 ທັນວາ, ຢູ່ສຳນັກງານສູນກາງພັກ ຢູ່ນະຄອນຫຼວງ ຮ່າໂນ້ຍ, ກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນຢ່າງສົມກຽດ. ນີ້ແມ່ນກອງປະຊຸມສູນກາງພັກຄັ້ງສຸດທ້າຍຂອງອາຍຸການກອງປະຊຸມໃຫຍ່ຊຸດທີ XIII (2021 – 2026), ພິຈາລະນາ, ປະກອບຄຳເຫັນໃສ່ບັນດາວຽກງານເພື່ອຈັດຕັ້ງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ (ອາຍຸການ 2026 – 2031). ໃນວາລະໄຂກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ມີບົດກ່າວປາໄສສຳຄັນ. ບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ ຂໍແນະນຳບາງເນື້ອໃນຫຼັກຂອງບົດກ່າວປາໄສດັ່ງກ່າວ.

(VOVWORLD) - ວັນທີ 17 ທັນວາ, ລັດຖະສະພາ ເອີຣົບ ໄດ້ຮັບຮອງເອົາແຜນການຂອງຄະນະກຳມະການ ເອີຣົບ ກ່ຽວກັບການຍົກເລີກການນຳເຂົ້າອາຍແກັດຂອງ ລັດເຊຍ ຢ່າງສິ້ນເຊີງໃນທ້າຍປີ 2027. ນີ້ໄດ້ຮັບຖືວ່າແມ່ນຄວາມມັກໃຫຍ່ໄຝ່ສູງທີ່ເຕັມໄປດ້ວຍສິ່ງທ້າທາຍຂອງກຸ່ມນີ້ໃນຍຸດທະສາດຍາວນານກ່ຽວກັບການຕັດແຍກທາງດ້ານພະລັງງານກັບ ລັດເຊຍ ຢ່າງສິ້ນເຊີງ.

(VOVWORLD) - ປີ 2025, ໃນພາບສັງລວມດ້ານການຕ່າງປະເທດທີ່ຟົດຟື້ນ ແລະ ຮອບດ້ານ ຂອງ ຫວຽດນາມ, ວຽກງານຕ່າງປະເທດປ້ອງກັນຊາດ ສືບຕໍ່ຢັ້ງຢືນບົດບາດແມ່ນເສົາຄ້ຳສຳຄັນ, ໄດ້ຮັບການຜັນຂະຫຍາຍບົນຫຼັກການທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ມີສະຖຽນລະພາບຢ່າງໝັ້ນແກ່ນ ເພື່ອໃຫ້ປະເທດຊາດພັດທະນາ, ທັງເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ພ້ອມທັງສ້າງສັນຕິພາບ, ຍົກສູງຖານະບົດບາດ ຫວຽດນາມ ບົນເວທີສາກົນ.
