ສະຖານະການ ການເມືອງ

13/07/2023

ຮັບປະກັນໃຫ້ບັນດາເຜົ່າມີຄວາມສະເຫມີພາບ, ສາມັກຄີ, ເຄົາລົບ, ພ້ອມກັນພັດທະນາ

(VOVWORLD) - ກ່ຽວຂ້ອງເຖິງເຫດບຸກໂຈມຕີ ໂດຍກຸ່ມປະກອບອາວຸດ ທຳການບຸກໂຈມຕີໃສ່ ສຳນັກງານ ຄະນະກຳມະການປະຊາຊົນ ຕາແສງ Ea Ktur ເມືອງ Ea Ktur ແຂວງ ດັກລັກ ເມື່ອວັນທີ 11 ມິຖຸນາ, ອົງການສອບສວນສືບສວນ ໄດ້ເປີດການດຳເນີນຄະດີ, ກັກຂັງບັນດາຜູ້ເປົ້າໝາຍເພື່ອສືບສວນ, ລົງໂທດຕາມກົດໝາຍ.

ຮັບປະກັນໃຫ້ບັນດາເຜົ່າມີຄວາມສະເຫມີພາບ, ສາມັກຄີ, ເຄົາລົບ, ພ້ອມກັນພັດທະນາ
12/07/2023

AIPA ຢັ້ງ​ຢືນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​​ນຳ​ມະ​ຕິ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ

(VOVWORLD) - ກອງປະຊຸມກຸ່ມໃຫ້ຄຳປຶກສາລະຫວ່າງລັດຖະສະພາ ອາຊຽນ ຄັ້ງທີ 14 ໄດ້ອັດລົງໃນວັນທີ 11 ກໍລະກົດ ພາຍຫຼັງການເຮັດວຽກແຕ່ວັນທີ 10 – 11 ກໍລະກົດ, ຢູ່ຝຸກວັກ, ແຂວງກຽນຢາງ, ຫວຽດນາມ. ຢູ່ກອງປະຊຸມ, ລັດຖະສະພາບັນດາປະເທດສະມາຊິກ AIPA ໄດ້ພິຈາລະນາ, ປຶກສາຫາລືບົດລາຍງານແຫ່ງຊາດກ່ຽວກັບສະພາບການປະຕິບັດບັນດາມະຕິຂອງ ສະມັດຊາໃຫຍ່ AIPA 43, ບົດລາຍງານຂອງ ຄະນະເລຂາ AIPA, ບົດລາຍງານໝາກຜົນຂອງກອງປະຊຸມ AIPA Caicus 14 ແລະ ຢັ້ງຢືນຄວາມມານະພະຍາຍາມຂອງ AIPA ໃນການນຳບັນດາມະຕິຂອງ AIPA ເຂົ້າສູ່ຊີວິດຕົວຈິງ

AIPA ຢັ້ງ​ຢືນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​​ນຳ​ມະ​ຕິ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ
11/07/2023

ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ​ບັນ​ຫາ​ປະ​ຊາ​ກອນ​ໂລກ​ໃນ​ປັດ​ຈຸ​ບັນ

(VOVWORLD) - ວັນປະຊາກອນໂລກ ຄືວັນທີ 11 ກໍລະກົດ ປີ 2023 ນີ້, ຫຼາຍປະເທດພວມມານະພະຍາຍາມຊອກຫາວິທີການຮັບມືກັບທ່າອ່ຽງປະຊາກອນສາດ, ເພື່ອແກ້ໄຂບັນດາສິ່ງທ້າທາຍ, ກໍຄືກຳແໜ້ນກາລະໂອກາດຈາກບັນຫາປະຊາກອນ ເພື່ອສ້າງກຳລັງໜູນແກ່ການພັດທະນາແບບຍືນຍົງ. ສ່ວນ ສປຊ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ເພື່ອປະຕິບັດໄດ້ຄວາມຝັນພັດທະນາແບບຍືນຍົງຂອງປະຊາກອນ 8 ຕື້ຄົນ ທີ່ພວມດຳລົງຊີວິດໃນໂລກໜ່ວຍນີ້.

ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ​ບັນ​ຫາ​ປະ​ຊາ​ກອນ​ໂລກ​ໃນ​ປັດ​ຈຸ​ບັນ
07/07/2023

ແຕະຕ້ອງຄວາມເຊື່ອຖືສາສະໜາ: ຜົນຕາມມາ ຍາກທີ່ຈະຄາດຄະເນໄດ້

(VOVWORLD) - ຄາດວ່າ, ໃນຕ້ົ້ນອາທິດໜ້າ (ຄືວັນທີ 11 ກໍລະກົດ), ສະພາສິດທິມະນຸດ ສປຊ ຈະຈັດກອງປະຊຸມດ່ວນ ເພື່ອແນໃສ່ປຶກສາຫາລືກ່ຽວກັບການຈູດເຜົາຄຳພີ Koran ທີ່ເກີດຂຶ້ນຢູ່ບໍລິເວນນອກໂບດອິດສະລາມທີ່ໃຫຍ່ທີ່ສຸດຢູ່ນະຄອນຫຼວງ Stockholm (ປະເທດ ຊູແອັດ) ໃນວັນທີ 28 ມິຖຸນາ.

ແຕະຕ້ອງຄວາມເຊື່ອຖືສາສະໜາ: ຜົນຕາມມາ ຍາກທີ່ຈະຄາດຄະເນໄດ້
06/07/2023

ຄຸນຄ່າເປັນເອກະລັກສະເພາະຂອງແນວທາງ “ການທູດແບບຕົ້ນໄມ້ໃຜ່ ຫວຽດນາມ”

(VOVWORLD) -“ການທູດແບບຕົ້ນໄມ້ໃຜ່ ຫວຽດນາມ” ແມ່ນຄຳນິຍາມໂດຍມີນັກການທູດຫລາຍທ່ານໄດ້ເວົ້າເຖິງເມື່ອເຕື້ອງເຖິງນະໂຍບາຍການຕ່າງປະເທດ ຂອງ ຫວຽດນາມ. ຄຳນິຍາມນີ້ບໍ່ແມ່ນທິດທາງການທູດແບບໃຫມ່ ຫາກແມ່ນການຄັດກອງ, ລວບລວມ, ຫັນແນວທາງການຕ່າງປະເທດເປັນຫລາຍຮູບແບບ ຫາກພັກກອມມູນິດ ຫວຽດນາມ ໄດ້ ແລະ ພວມປະຕິບັດບັນດາການປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງປະເທດຊາດ.

ຄຸນຄ່າເປັນເອກະລັກສະເພາະຂອງແນວທາງ “ການທູດແບບຕົ້ນໄມ້ໃຜ່ ຫວຽດນາມ”
05/07/2023

ຫວຽດ​ນາມ​ມາ​ນະ​ພະ​ຍາ​ຍາມ, ຕັດ​ສິນ​ໃຈ​ແກ້​ບັດ​ເຫຼືອງ IUU

(VOVWORLD) - ຫວຽດນາມ ພວມມານະພະຍາຍາມປະຕິບັດໜ້າທີ່ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU - Illegal, Unrepoted and Unregulated Fishing) ຕາມຂໍ້ສະເໜີແນະຂອງ ຄະນະກຳມະການເອີລົບ (EC). ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ຢາກແກ້ບັດເຫຼືອງ “IUU” ຕ້ອງເພີ່ມທະວີການໂຄສະນາແກ້ໄຂສະພາບການກຳປັ່ນຫາປາລະເມີດເຂດທະເລຕ່າງປະເທດ, ພ້ອມທັງປະຕິບັດບັນດາມາດຕະການລ້ຽງທາງທະເລ, ພັດທະນາອາຊີບຫາປາແບບຍືນຍົງ.

ຫວຽດ​ນາມ​ມາ​ນະ​ພະ​ຍາ​ຍາມ, ຕັດ​ສິນ​ໃຈ​ແກ້​ບັດ​ເຫຼືອງ IUU
04/07/2023

ເອີ​ຣົບ ແລະ ບັນ​ດາ​ຄວາ​ມ​ບໍ່​ລົງ​ລອຍ​ກັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ອົບ​ພະ​ຍົບ

(VOVWORLD) - ສະຫະພາບເອີຣົບ (ອີຢູ) ສືບຕໍ່ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນບັນຫາອົບພະຍົບ ພາຍຫຼັງ ຮຸງກາຣີ ແລະ ໂປໂລຍ ຄັດຄ້ານຂໍ້ຕົກລົງສະບັບດັ່ງກ່າວຢ່າງແຮງ ຢູ່ທີ່ກອງປະຊຸມສຸດຍອດຂອງກຸ່ມ ເຊິ່ງດຳເນີນໃນວັນທີ 29 – 30 ມິຖຸນາ, ຢູ່ ບຣຸກແຊນ, ປະເທດ ແບນຊິກ. ປະຕິກິລິຍາຂອງ 2 ປະເທດດັ່ງກ່າວຊີ້ໃຫ້ເຫັນວ່າ ການອົບພະຍົບຍັງແມ່ນບັນຫາ ທີ່ສະຫະພາບເອີຣົບ ບໍ່ສາມາດແກ້ໄຂໄດ້ຢ່າງງ່າຍດາຍ.

ເອີ​ຣົບ ແລະ ບັນ​ດາ​ຄວາ​ມ​ບໍ່​ລົງ​ລອຍ​ກັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ອົບ​ພະ​ຍົບ
30/06/2023

ຫວຽດນາມ ມານະພະຍາຍາມປ້ອງກັນ, ຕ້ານການຄ້າມະນຸດ

(VOVWORLD) - ລັດຖະບານ ຫວຽດນາມ ຍາມໃດກໍ່ກຳນົດການປ້ອງກັນ, ສະກັດກັ້ນຊາວອົບພະຍົບ ຜິດກົດໝາຍ ແລະ ວຽກງານຕໍ່ສູ້ປ້ອງກັນ, ຕ້ານການຄ້າມະນຸດແມ່ນໜ້າທີ່ການເມືອງ ເປັນປະຈຳ, ຍາວນານ. ດັ່ງນັ້ນ, ພ້ອມກັບການຍູ້ແຮງບັນດາມາດຕະການລະອຽດເພື່ອ ປ້ອງກັນ, ຕ້ານການຄ້າມະນຸດ, ຫວຽດນາມ ໄດ້ສ້າງລະບົບກົດໝາຍໃຫ້ສົມບູນແບບຢ່າງ ບໍ່ຢຸດຢັ້ງ, ພ້ອມທັງເປັນເຈົ້າການສົມທົບ, ຮ່ວມມືຢ່າງແໜ້ນແຟ້ນກັບປະຊາຄົມສາກົນ ເພື່ອແນໃສ່ຍູ້ໄພການຄ້າມະນຸດໃຫ້ຖອຍໄປ.

ຫວຽດນາມ ມານະພະຍາຍາມປ້ອງກັນ, ຕ້ານການຄ້າມະນຸດ