ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໂດຍກຳນົດລະອຽດກ່ຽວກັບນະໂຍບາຍທີ່ດິນໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ
(VOVWORLD) -ພາຍຫຼັງທີ່ໄດ້ປັບປຸງມາເປັນຫຼາຍຄັ້ງ, ມາຮອດປະຈຸບັນ, ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບນະໂຍບາຍຮັບປະກັນທີ່ດິນໃຫ້ແກ່ການດຳເນີນຊີວິດຂອງຊຸມຊົນ ແລະ ນະໂຍບາຍຈັດສັນທີ່ດິນ ແລະ ໃຫ້ເຊົ່າທີ່ຢູ່ອາໄສ ແລະ ດິນທຳການຜະລິດ ໃຫ້ແກ່ປະຊາຊົນຊົນເຜົ່າສ່ວນຫນ້ອຍ ທີ່ຂຶ້ນກັບຈຳນວນຄອບຄົວທຸກຍາກຢູ່ເຂດປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ. ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ: ການປັບປຸງນີ້ຈະແກ້ໄຂສະພາບຂາດເຂີນດິນທີ່ຢູ່ອາໄສ ແລະ ດິນທຳການຜະລິດ, ກ້າວໄປເຖິງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນຮັບປະກັນການພັດທະນາແບບຍືນຍົງຢູ່ເຂດຊົນເຜົ່າສ່ວນໜ້ອຍ.










