ສະຖານະການ ການເມືອງ

04/10/2023

ເພີ່ມທະວີການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ ແລະ ພະລັງງານ, ກ່ອນທີ່ດຳເນີນກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28), ເຊິ່ງຈັດຂຶ້ນໃນວັນທີ 2 ຕຸລາ, ຢູ່ Madrid (ປະເທດ ແອັດສະປາຍ).

ເພີ່ມທະວີການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ
03/10/2023

ກອງ​ປະ​ຊຸມ​​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ​ຄອມ​ມູ​ນິດ ຫວຽດ​ນ​າມ ຊຸດ​ທີ XIII: ພິ​ຈາ​ລະ​ນາ, ຕັດ​ສິນຫຼາຍ​ບັນ​ຫາ​​ໃຫຍ່ສຳ​ຄັນ

(VOVWORLD) - ກອງປະຊຸມຄົບຄະນະຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ແຕ່ວັນທີ 2 – 8 ຕຸລາ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ ຈະພິຈາລະນາ, ຕັດສິນຫຼາຍບັນຫາໃຫຍ່ ແລະ ມີຄວາມໝາຍສຳຄັນຍິ່ງສຳລັບການປະຕິບັດສຳເລັດໜ້າທີ່ທາງການເມືອງ ຂອງຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XIII ນັບແຕ່ນີ້ຮອດທ້າຍອາຍຸການ.

ກອງ​ປະ​ຊຸມ​​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ​ຄອມ​ມູ​ນິດ ຫວຽດ​ນ​າມ ຊຸດ​ທີ XIII: ພິ​ຈາ​ລະ​ນາ, ຕັດ​ສິນຫຼາຍ​ບັນ​ຫາ​​ໃຫຍ່ສຳ​ຄັນ
02/10/2023

ບັນດາສັນຍານຕັ້ງໜ້າກ່ຽວກັບການເຕີບໂຕເສດຖະກິດໃນໄລຍະທ້າຍປີ 2023

(VOVWORLD) - ເຖິງວ່າສະພາບການປະສົບກັບຄວາມຫຍຸ້ງຍາກ, ການເຕີບໂຕເສດຖະກິດໃນໄຕມາດທີ 3 ຂອງ ຫວຽດນາມ ຍັງບັນລຸ 5,33% ສູງກວ່າລະດັບເຕຕີບໂຕຂອງ 2 ໄຕມາດກ່ອນນັ້ນ.

ບັນດາສັນຍານຕັ້ງໜ້າກ່ຽວກັບການເຕີບໂຕເສດຖະກິດໃນໄລຍະທ້າຍປີ 2023
29/09/2023

ກອງປະຊຸມສົນທະນາທົ່ວໂລກ Berlin ຊອກຫາທິດທາງຫັນປ່ຽນໃຫ້ແກ່ເສດຖະກິດໂລກ

(VOVWORLD) - ກອງປະຊຸມສົນທະນາທົ່ວໂລກ Berlin ໄດ້ຮັບການຈັດຂຶ້ນເປັນຄັ້ງ ທຳອິດໃນ ລະຫວ່າງວັນທີ 28 – 29 ກັນຍາ, ຢູ່ນະຄອນຫຼວງ Berlin (ປະເທດ ເຢຍລະມັນ). ນີ້ແມ່ນເວທີປາໄສໃໝ່ຊ່ວຍໃຫ້ບັນດາລັດຖະບານ, ບັນດາກຸ່ມບໍລິສັດເສດຖະກິດກໍ່ຄື ບັນດາອົງການ ພົນລະເຮືອນໄດ້ແລກປ່ຽນ ແລະ ສ້າງວິໄສທັດລວມ ກ່ຽວກັບອະນາຄົດ ທີ່ພວມຫັນປ່ຽນຢ່າງແຮງຂອງພື້ນຖານເສດຖະກິດທົ່ວໂລກ.

ກອງປະຊຸມສົນທະນາທົ່ວໂລກ Berlin ຊອກຫາທິດທາງຫັນປ່ຽນໃຫ້ແກ່ເສດຖະກິດໂລກ
28/09/2023

ບັນດາຂີດໝາຍດ້ານການທູດໄດ້ນຳເອົາສານສະບັບໃຫມ່ມາໃຫ້ຫວຽດນາມ

(VOVWORLD) -ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍ່ສິ້ນສຸດການເຂົ້າຮ່ວມ ກອງປະຊຸມປຶກສາຫາລື ລວມຂັ້ນສູງຂອງ ກອງປະຊຸມ ຄັ້ງທີ 78 ສະມັດຊາໃຫຍ່ ສປຊ ແລະ ສົມທົບວຽກງານການເຄື່ອນໄຫວສອງຝ່າຍທີ່ ສະຫະລັດອາເມລິກາ ແລະ ບຣາຊິນ ແຕ່ວັນທີ 17-26 ກັນຍາ. ໃນຂະນະດຽວກັນນັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ສຳເລັດການໄປຢ້ຽມຢາມ ບັງກະລາເທດ ແລະ ບຸນກາລີ ຢ່າງເປັນທາງການຢ່າງຈົບງາມ ແຕ່ວັນທີ 21-26 ກັນຍາ. ບັນດາການໄປປະຕິບັດງານຄັ້ງຫຼ້າສຸດຂອງການນຳພັກ-ລັດ ຫວຽດນາມ, ພ້ອມກັບໝາກຜົນທາງການທູດໄລຍະຜ່ານມາ, ໄດ້ສ້າງຂີດໝາຍໃໝ່ກ່ຽວກັບຫວຽດນາມບົນເວທີສາກົນ.

ບັນດາຂີດໝາຍດ້ານການທູດໄດ້ນຳເອົາສານສະບັບໃຫມ່ມາໃຫ້ຫວຽດນາມ
27/09/2023

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ໄດ້ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 24 - 28 ກັນຍາ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ພາກໃຕ້ ຫວຽດນາມ (9/1973-9/2023). ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມ, ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ກຸຍບາ ໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Fidel Castro ໄດ້ເພີ່ມພູນຄູນສ້າງຂຶ້ນ. ພ້ອມທັງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບທອດ ແລະ ເສີມຂະຫຍາຍກຳລັງແຮງມູນເຊື້ອອັນດີງາມ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນສາມັກຄີລະຫວ່າງ ຫວຽດນາມ - ກຸຍບາ.

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ
26/09/2023

EU – ຈີນ ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ດ້ານ​ການ​ຄ້າ​ດຸ່ນ​ດ່ຽງ

(VOVWORLD) - “ກອງປະຊຸມການເຈລະຈາເສດຖະກິດ ແລະ ການຄ້າຂັ້ນສູງ” ລະຫວ່າງ ສະຫະພາບເອີຣົບ (ອີຢູ) ແລະ ຈີນ ໄດ້ດຳເນີນໃນວັນທີ 25 ກັນຍາ, ຢູ່ປັກກິ່ງ, ຈີນ. ໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງຝ່າຍ ພວມປະສົບກັບສິ່ງທ້າທາຍຫຼາຍຢ່າງ, ການເຈລະຈາຖືກຈັດຂຶ້ນເພື່ອແນໃສ່ຢັ້ງຢືນທີ່ຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສອງຝ່າຍ, ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າໃນໄລຍະມໍ່ໆມານີ້ ແລະ ຊຸກຍູ້ການພົວພັນນີ້ໃນໄລຍະຈະມາເຖິງ.

EU – ຈີນ ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ດ້ານ​ການ​ຄ້າ​ດຸ່ນ​ດ່ຽງ
25/09/2023

ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ບຣາຊິນ

(VOVWORLD) - ໃນເວລາກວ່າ 34 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດມາຮອດປະຈຸບັນ, ການພົວພັນ ຫວຽດນາມ - ບຣາຊິນ ໄດ້ພັດທະນາຢ່າງເລິກເຊິ່ງ, ບັນລຸປະສິດທິຜົນ

ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ບຣາຊິນ
22/09/2023

ໜ້າປະຫວັດສາດໃໝ່ໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ບັງກະລາເທດ

(VOVWORLD) - ໂດຍໄດ້ຮັບຄຳເຊີນຈາກທ່ານ Shirin Sharmin Chaudhyry, ປະທານສະພາແຫ່ງຊາດ ສາທາລະນະລັດ ປະຊາຊົນ ບັງກະລາເທດ, ທ່ານ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ບັງກະລາເທດຢ່າງເປັນທາງການ, ແຕ່ວັນທີ 21 – 23 ກັນຍາ.

ໜ້າປະຫວັດສາດໃໝ່ໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ບັງກະລາເທດ
21/09/2023

ສ້າງກຳລັງຫນູນແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ

(VOVWORLD) -ເວທີປາໄສ ເສດຖະກິດ-ສັງຄົມ ຫວຽດນາມ ປີ 2023, ໂດຍສະພາແຫ່ງຊາດ ຫວຽດນາມ ຈັດຂຶ້ນໃນວັນທີ 19 ກັນຍາ ປີ 2023 ຢູ່ ຮ່າໂນ້ຍ ໄດ້ເນັ້ນຫນັກສານທີ່ຕ້ອງສ້າງ ແລະ ຊຸກຍູ້ກຳລັງແຮງພາຍໃນຢ່າງເຂັ້ມແຂງ ເພື່ອຮັບມືກັບສິ່ງທ້າທາຍ ແລະ ລັກສະນະບໍ່ເປັນປົກກະຕິຂອງບັນດາປັດໄຈພາຍນອກ. ນີ້ແມ່ນບົດຮຽນສຳຄັນຈາກພຶດຕິກຳຕົວຈິງທີ່ບືນຕົວຂຶ້ນຂອງ ຫວຽດນາມ ເມື່ອປະເຊີນຫນ້າກັບຄວາມຫຍຸ້ງຍາກ, ສິ່ງທົດສອບທີ່ຫນັກຫນ່ວງພາຍຫລັງໂລກລະບາດໂຄວິດ. ລະອຽດກວ່າ ນັ້ນແມ່ນ ຫວຽດນາມ ຄວນເພີ່ມທະວີ, ເສີມຂະຫຍາຍກຳລັງແຮງພາຍໃນ, ຍາດແຍ່ງ, ຂຸດຄົ້ນ “ກຳລັງແຮງພາຍນອກ” ຢ່າງສຸດຂີດ ແລະ ສ້າງກຳລັງຫນູນແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ.

ສ້າງກຳລັງຫນູນແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ