ສະຖານະການ ການເມືອງ

29/11/2023

ບັນ​ດານະ​ໂຍ​ບາຍຊີ້​ຂາດ ​ສຳ​ຄັນ​ຢູ່ ກອງ​ປະ​ຊຸມ​ຄັ້ງ​ທີ 6, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV

(VOVWORLD) - ກອງປະຊຸມຄັ້ງທີ 6, ສະພາແຫ່ງຊາດຊຸດທີ XV ໄດ້ອັດລົງໃນຕອນເຊົ້າວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ ພາຍຫຼັງ ເຮັດວຽກມາເປັນເວລາ 20 ວັນ. ບັນດາໝາກຜົນທີ່ບັນລຸໄດ້ຢູ່ກອງປະຊຸມ ໃນຂົງເຂດສ້າງກົດໝາຍ, ຕິດຕາມກວດກາ, ການຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ຈະສ້າງປະຖົມປັດໄຈ ໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ, ກຳນົດທິດການເຄື່ອນໄຫວ, ໝາກຜົນໃຫ້ ເຄິ່ງອະຍຸການຍັງເຫຼືອ.

ບັນ​ດານະ​ໂຍ​ບາຍຊີ້​ຂາດ ​ສຳ​ຄັນ​ຢູ່ ກອງ​ປະ​ຊຸມ​ຄັ້ງ​ທີ 6, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV
28/11/2023

ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະມີການກະທຳເພື່ອດິນຟ້າອາກາດ, ເພີ່ມທະວີການຮ່ວມມືກັບ UAE ແລະ ຕວກກີ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງລັດຖະບານ ສະຫະລັດ ອາຣັບ ເອມີເລັດ (UAE) ແລະ ລັດຖະບານປະເທດ ສ. ຕວກກີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດການກະທຳເພື່ອດິນຟ້າອາກາດໂລກຢູ່ UAE ແລະ ຢ້ຽມຢາມ ຕວກກີ ຢ່າງເປັນທາງການ ໃນລະຫວ່າງວັນທີ 29 ພະຈິກ - ວັນທີ 3 ທັນວາ.

ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະມີການກະທຳເພື່ອດິນຟ້າອາກາດ, ເພີ່ມທະວີການຮ່ວມມືກັບ UAE ແລະ ຕວກກີ
24/11/2023

ກອງປະຊຸມ AP11: ຂີດໝາຍ ຫວຽດນາມ

(VOVWORLD) - ກອງປະຊຸມສະພາກາແດງ - ຊີກວົງເດືອນແດງພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 11 (AP 11), ໂດຍ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນ, ຫາກໍ່ສິ້ນສຸດລົງໃນວັນທີ 23 ພະຈິກ, ຢູ່ຮ່າໂນ້ຍ. ກອງປະຊຸມໄດ້ສ້າງບັນດາໝາກຜົນ ແລະ ຂີດໝາຍອັນດີງາມ, ຢັ້ງຢືນຄວາມມານະພະຍາຍາມຂອງ ຫວຽດນາມ ພ້ອມກັບບັນດາອົງການ, ຄູ່ຮ່ວມມື, ເພື່ອນມິດສາກົນມີການກະທຳບັນເທົາຄວາມເຈັບປວດຂອງປະຊາຊົນ, ຊ່ວຍເຫຼືອ, ປົກປ້ອງບັນດາຜູ້ມີຄວາມສ່ຽງສູງກ່ວາເພີ່ນໃນທຸກສະພາບການ.

ກອງປະຊຸມ AP11: ຂີດໝາຍ ຫວຽດນາມ
23/11/2023

ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳ: ແຫລ່ງກຳລັງເພື່ອພັດທະນາປະເທດຊາດ

(VOVWORLD) -ຫວຽດນາມ ແມ່ນປະເທດມີຫລາຍຊົນເຜົ່າ. ແຕ່ລະຊົນເຜົ່າລ້ວນແຕ່ມີສີສັນວັດທະນະທຳສະເພາະ, ສ້າງເປັນສາງມໍລະດົກວັດທະນະທຳຢ່າງອຸດົມສົມບູນ, ຫລາຍຮູບແບບ. ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ ເພື່ອແນໃສ່ຕອບສະຫນອງຄວາມຕ້ອງການດ້ານວັດທະນະທຳນັບມື້ນັບສູງຂອງປະຊາຊົນ, ປະກອບສ່ວນພັດທະນາພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ ພ້ອມທັງກໍ່ເປັນການສ້າງແຫລ່ງກຳລັງເພື່ອພັດທະນາປະເທດຊາດ.

ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳ: ແຫລ່ງກຳລັງເພື່ອພັດທະນາປະເທດຊາດ
22/11/2023

ເພື່ອໃຫ້ຄົນທຸກຍາກມີການດຳລົງຊີວິດດີກ່ວາເກົ່າ

(VOVWORLD) - ຫວຽດນາມ ຫາກໍ່ສິ້ນສຸດເດືອນຈຸດສູງເພື່ອຄົນທຸກຍາກ (17 ຕຸລາ - 18 ພະຈິກ). ນີ້ແມ່ນເຫດການປະຈຳປີ, ຖືກດຳເນີນຢູ່ທຸກແຂວງ, ນະຄອນໃນທົ່ວປະເທດ. ການເຄື່ອນໄຫວນີ້ໄດ້ຮັບການຕອບສະໜອງຈາກປະຊາຊົນທຸກຊັ້ນວັນນະ ຍ້ອນມຸ່ງໄປເຖິງເປົ້າໝາຍລວມ: ເພື່ອຊີວິດດີງາມກ່ວາໃຫ້ແກ່ຄົນທຸກຍາກ.

ເພື່ອໃຫ້ຄົນທຸກຍາກມີການດຳລົງຊີວິດດີກ່ວາເກົ່າ
21/11/2023

ສ້າງ​ລະ​ບົບ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ​ໃໝ່​ທີ່​ຍືນ​ຍົງ​ກວ່າ

(VOVWORLD) - ວັນທີ 20 ພະຈິກ ຢູ່ນະຄອນຫຼວງ ລອນດອນ (ອັງກິດ), ກອງປະຊຸມສຸດຍອດຄໍ້າປະກັນດ້ານສະບຽງອາຫານທົ່ວໂລກປີ 2023 ໄດ້ສຸມໃສ່ບັນດາຄວາມມານະພະຍາຍາມສາກົນເຂົ້າໃນການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ, ເຊື່ອມຕໍ່ບັນດາແນວຄວາມຄິດປ່ຽນແປງໃໝ່ທາງດ້ານກະສິກຳ ເພື່ອແນໃສ່ສ້າງລະບົບສະບຽງອາຫານທົ່ວໂລກໃໝ່ທີ່ຍືນຍົງກວ່າ, ຜ່ານນັ້ນ ກໍ່ສະກັດກັ້ນສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານທີ່ພວມເພີ່ມຂຶ້ນໃນທົ່ວໂລກ.

ສ້າງ​ລະ​ບົບ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ​ໃໝ່​ທີ່​ຍືນ​ຍົງ​ກວ່າ
20/11/2023

ຫວຽດ​ນາມ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ໃຫ້​ແກ່​ພາ​ລະ​ກຳ​ມະ​ນຸດ​ສະ​ທຳ

(VOVWORLD) - ແຕ່ວັນທີ 20 – 23 ພະຈິກ 2023, ກອງປະຊຸມສະພາກາແດງ ແລະ ຊິກວົງເດືອນແດງສາກົນ ພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 11 (AP 11) ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ. ນີ້ເປັນຄັ້ງທີ 2 ທີ່ສະພາກາແດງ ຫວຽດນາມ ເປັນກຽດໄດ້ເປັນເຈົ້າພາບຈັດກອງປະຊຸມ. ການເປັນເຈົ້າພາບຈັດກອງປະຊຸມ ໄດ້ສະແດງໃຫ້ເຫັນບົດບາດທີ່ຕັ້ງໜ້າຂອງສະພາກາແດງ ຫວຽດນາມ ໃນການແກ້ໄຂບັນດາບັນຫາມະນຸດສະທຳທີ່ມີລັກສະນະທົ່ວໂລກ, ໂຄສະນາບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບມືກັບບັນດາໄພພິບັດ, ວຽກງານມະນຸດສະທຳໃນໄລຍະຜ່ານມາ ກໍຄືສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວມະນຸດສະທຳສາກົນ.

ຫວຽດ​ນາມ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ໃຫ້​ແກ່​ພາ​ລະ​ກຳ​ມະ​ນຸດ​ສະ​ທຳ
17/11/2023

APEC 2023: ສ້າງອະນາຄົດໃຫ້ຍືນຍົງ

(VOVWORLD) - ກອງປະຊຸມບັນດາການນຳເສດຖະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 30 ພວມຈັດຂຶ້ນຢູ່ San Francisco, ປະເທດ ອາເມລິກາ ໃນລະຫວ່າງວັນທີ 15 – 17 ພະຈິກ. ໂດຍແມ່ນບ່ອນຊຸກຍູ້ບັນດານະໂຍບາຍເສດຖະກິດພາກພື້ນ ອາຊີ - ປາຊີຟິກ, ຍູ້ແຮງການຄ້າ ແລະ ການລົງທຶນເສລີ, ຍຸຕິທຳ ແລະ ເປີດເຜີຍ, ໃນ APEC 2023 ມີບັນດາຄຳໝັ້ນສັນຍາຢ່າງແຮງຕາມທິດປ່ຽນແປງໃໝ່ກ່ວາ, ຊຸກຍູ້ການເຕີບໂຕແບບຍືນຍົງ ແລະ ຮອບດ້ານ, ໃນສະພາບການທີ່ເສດຖະກິດໂລກພວມຕ້ອງຜ່ານຜ່າບັນດາການຜັນແປຫຼາຍຢ່າງ.

APEC 2023: ສ້າງອະນາຄົດໃຫ້ຍືນຍົງ
16/11/2023

ສາມັກຄີ ເພື່ອພ້ອມກັນສ້າງສາປະເທດຊາດ

(VOVWORLD) - ມະຫາສາມັກຄີທົ່ວປວງຊົນທັງຊາດ ຍາມໃດກໍ່ຮັກສາທີ່ຕັ້ງສຳຄັນພິເສດ, ສະເຫມີຕົ້ນສະເຫມີປາຍ ແລະ ລຸລ່ວງໃນແນວທາງ, ແຜນນະໂຍບາຍຂອງພັກ,ນະໂຍບາຍກົດໝາຍຂອງລັດ ຫວຽດນາມ. ບໍ່ວ່າຈະຢູ່ໃນໄລຍະພັດທະນາໃດຂອງປະເທດຊາດ, ໃນບໍ່ວ່າຜົນງານໃດກໍ່ລ້ວນແຕ່ມີຈິດໃຈສາມັກຄີຂອງກຳມະກອນ, ຊາວນາ, ປັນຍາຊົນ, ນັກທຸລະກິດ, ປະຊາຊົນບັນດາເຜົ່າ, ສາສະຫນາຕ່າງໆ … ເຂົາເຈົ້າປະຕິບັດຕາມບັນດາແຜນນະໂຍບາຍ, ລັດຖະນະໂຍບາຍຂອງພັກ, ລັດ ພ້ອມກັນມຸ່ງໄປເຖິງເປົ້າໝາຍລວມ:ນຳປະເທດຊາດໃຫ້ນັບມື້ນັບພັດທະນາ.

ສາມັກຄີ ເພື່ອພ້ອມກັນສ້າງສາປະເທດຊາດ