ສະຖານະການ ການເມືອງ

19/01/2024

ເວທີປາໄສທົ່ວໂລກ ກ່ຽວກັບທັນຍາພືດ ແລະ ການກະເສດ

(VOVWORLD) - ໂດຍໄດ້ຮັບການຈັດຂຶ້ນໃນລະຫວ່າງວັນທີ 17 -20 ມັງກອນ, ຢູ່ນະຄອນຫຼວງ Berlin, ປະເທດ ເຢຍລະມັນ, ເວທີປາໄສທົ່ວໂລກກ່ຽວກັບທັນຍາພືດ ແລະ ການກະເສດ (GFFA) ປີ 2024 ໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການສ້າງລະບົບທັນຍາພືດໃນທົ່ວໂລກໃຫ້ແກ່ອະນາຄົດ, ຊຶ່ງໃນເບື້ອງຕົ້ນ, ໄດ້ບຸລິມະສິດສຸມແຫຼ່ງກຳລັງເພື່ອຢຸດຕິໄພອຶດຫິວໃນໂລກ.

ເວທີປາໄສທົ່ວໂລກ ກ່ຽວກັບທັນຍາພືດ ແລະ ການກະເສດ
18/01/2024

ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ): ການປ່ຽນແປງໃຫມ່ນະໂຍບາຍເພື່ອເສີມຂະຫຍາຍແຫລ່ງກຳລັງ

(VOVWORLD) -ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)ໄດ້ຮັບການຮັບຮອງເອົາທີ່ວາລະອັດກອງປະຊຸມວິສາມັນຄັ້ງທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVໃນຕອນເຊົ້າວັນທີ 18 ມັງກອນ. ໝາກຜົນນີ້ ມີຄວາມສຳຄັນພິເສດໃນຊີວິດດ້ານການເມືອງ, ເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປົກປັກຮັກສາສິ່ງແວດລ້ອມຂອງຫວຽດນາມ. ເມື່ອກົດໝາຍສະບັບດັ່ງກ່າວໄດ້ຮັບການປະຕິບັດແມ່ນຈະສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງເຖິງປະຊາຊົນທຸກຊັ້ນວັນນະ ແລະ ປະຊາຄົມວິສາຫະກິດ. ພ້ອມກັນນັ້ນກໍເປັນການສ້າງຂີດໝາຍເລື່ອງ ສະພາແຫ່ງຊາດຊຸດທີ XV ໄດ້ສຳເລັດຫນຶ່ງໃນບັນດາຫນ້າທີ່ນິຕິບັນຍັດອັນສຳຄັນແຖວຫນ້າຂອງອາຍຸການ.

ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ): ການປ່ຽນແປງໃຫມ່ນະໂຍບາຍເພື່ອເສີມຂະຫຍາຍແຫລ່ງກຳລັງ
17/01/2024

ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ຄູ່​ຮ່ວມ​ມື ເອີ​ລົບ

(VOVWORLD) - ພາຍຫຼັງເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 54 ຂອງ WEF ຢູ່ Davos, ສະວິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະມີການຢ້ຽມຢາມສອງປະເທດ ຮຸງກາຣີ ແລະ ໂຣມານີ ຢ່າງເປັນທາງການ ໃນລະຫວ່າງວັນທີ 18 – 23 ມັງກອນ. ການຢ້ຽມຢາມປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ກັບ ຮຸງກາຣີ ແລະ ໂຣມານີ ມີຊີວິດຊີວາກ່ວາເກົ່າ, ຊຸກຍູ້ ແລະ ນຳບັນດາຂົງເຂດຮ່ວມມືທີ່ມີແຕ່ດົນນານ ກ້າວເຂົ້າສູ່ໄລຍະໃໝ່.

ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ຄູ່​ຮ່ວມ​ມື ເອີ​ລົບ
16/01/2024

ໂລກ​ມາ​ນະ​ພະ​ຍາ​ຍາມ​ມີ​ການ​ກະ​ທຳ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຄືນ​ໃໝ່​ຢູ່ Davos

(VOVWORLD) - ໃນສະພາບການທີ່ຄວາມຂາດສະຖຽນລະພາບດ້ານພູມີສາດການເມືອງ ແລະ ເສດຖະກິດສືບຕໍ່ເພີ່ມຂຶ້ນໃນຊຸມມື້ຕົ້ນປີໃໝ່, ເວທີປາໄສເສດຖະກິດໂລກ ໄດ້ດຳເນີນໃນອາທິດນີ້ ຢູ່ Davos, ປະເທດ ສະວິດ ແມ່ນໂອກາດເພື່ອໃຫ້ປະຊາຄົມໂລກ ຫັນບັນດາຄວາມມານະພະຍາຍາມສ້າງຄວາມເຊື່ອໝັ້ນຄືນໃໝ່ໃຫ້ເປັນການກະທຳລະອຽດ.

ໂລກ​ມາ​ນະ​ພະ​ຍາ​ຍາມ​ມີ​ການ​ກະ​ທຳ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຄືນ​ໃໝ່​ຢູ່ Davos
12/01/2024

ບັນດາການຄາດຄະເນທີ່ບໍ່ປະເອີບໃຈກ່ຽວກັບໂລກໃນປີ 2024

(VOVWORLD) - ໃນຊຸມວັນຕົ້ນປີ 2024 ນີ້, ໂລກໄດ້ຮັບບັນດາການຄາດຄະເນທີ່ບໍ່ປະເອີບໃຈ ກ່ຽວກັບສະພາບແວດລ້ອມຄວາມໝັ້ນຄົງ, ການປ່ຽນແປງຂອງດິນຟ້າອາກາດ ກໍ່ຄືການເຕີບໂຕເສດຖະກິດໃນປີນີ້. ສິ່ງນີ້ໄດ້ສະແດງໃຫ້ເຫັນການຜັນແປໃນທົ່ວໂລກໃນຊຸມປີຜ່ານມາຍັງສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຢູ່.

ບັນດາການຄາດຄະເນທີ່ບໍ່ປະເອີບໃຈກ່ຽວກັບໂລກໃນປີ 2024
11/01/2024

ບຸນເຕັດແຫ່ງຄວາມເມດຕາ: ແຜ່ກະຈາຍມູນເຊື້ອອຸ້ມຊູຊ່ວຍເຫຼືອ, ເມດຕາປານີ ຂອງ ຊາວຫວຽດນາມ

(VOVWORLD) - ເລື່ອງເອົາໃຈໃສ່ເຖິງຄົນທຸກຍາກ ເຊິ່ງແມ່ນເປົ້າໝາຍທີ່ມີຄວາມສ່ຽງສູງໃນສັງຄົມ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ, ໂດຍມີການປະກອບກຳລັງເຫື່ອແຮງຂອງບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ປະຊາຊົນທຸກຊັ້ນຄົນ. ຂະບວນການບຸນເຕັດແຫ່ງຄວາມເມດຕາ ໂດຍສະພາກາແດງ ຫວຽດນາມ ຜັນຂະຫຍາຍກ່ອນບຸນເຕັດປະຈຳຊາດ ໄດ້ ແລະ ພວມເຕົ້າໂຮມບັນດາສິ່ງທີ່ຢອດຢ້ຽມດັ່ງກ່າວ, ປະກອບສ່ວນເຮັດແຈ້ງມູນເຊື້ອອຸ້ມຊູຊ່ວຍເຫຼືອ, ເມດຕາປານີຂອງຊາວ ຫວຽດນາມ.

ບຸນເຕັດແຫ່ງຄວາມເມດຕາ: ແຜ່ກະຈາຍມູນເຊື້ອອຸ້ມຊູຊ່ວຍເຫຼືອ, ເມດຕາປານີ ຂອງ ຊາວຫວຽດນາມ
10/01/2024

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ

(VOVWORLD) - ວັນທີ 11 ມັງກອນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ ໃນລະຫວ່າງວັນທີ 11 – 13 ມັງກອນ, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື, ເຮັດໃຫ້ການພົວພັນຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ເລິກເຊິ່ງກ່ວາອີກ, ພ້ອມທັງ ແມ່ນໂອກາດເພື່ອໃຫ້ສອງປະເທດ ຂຸດຄົ້ນບັນດາກາລະໂອກາດ, ຄວາມສາມາດບົ່ມຊ້ອນຮ່ວມມືໃນຫຼາຍຂົງເຂດ.

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ
09/01/2024

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ທາງ​ອອກ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ຕາ​ເວັນ​ອອກ​ກາງ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ພວມມີການເດີນທາງໄປປະຕິບັດງານຢູ່ຫຼາຍປະເທດ ຕາເວັນອອກກາງ ເພື່ອແນໃສ່ຊອກຫາມາດຕະການຢຸດຕິການປະທະກັນຢູ່ເຂດ ກາຊາ ໂດຍໄວ, ສະກັດກັ້ນຄວາມສ່ຽງວິກິດການແຜ່ລາມອອກສູ່ວົງກວ້າງ ແລະ ສ້າງຂອບເຂດການເມືອງຍາວນານໃຫ້ແກ່ວິວັດທະນາການສ້າງສັນຕິພາບລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ທາງ​ອອກ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ຕາ​ເວັນ​ອອກ​ກາງ