ຢັ້ງຢືນບົດບາດຂອງກະສິກຳ, ຊາວກະສິກອນ ໃນພື້ນຖານເສດຖະກິດ ຫວຽດນາມ
(VOVWORLD) - ກ່າວຄຳເຫັນທີ່ວາລະໄຂກອງປະຊຸມຜູ້ແທນສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII, ວັນທີ 26 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ຢັ້ງຢືນວ່າ: ກະສິກຳ ແມ່ນທ່າໄດ້ປຽບແຫ່ງຊາດ, ແມ່ນເສົາຄ້ຳຂອງພື້ນຖານເສດຖະກິດ. ຊາວກະສິກອນ, ຊົນນະບົດທີ່ທີ່ຕັ້ງຍຸດທະສາດ ໃນພາລະກິດ ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ. ການຢັ້ງຢືນນີ້ ສະແດງໃຫ້ເຫັນຄວາມສຳຄັນຂອງກະສິກຳ, ຊາວກະສິກອນໃນການພັດທະນາຂອງ ຫວຽດນາມ.










