ສາລະຄະດີ

24/03/2018

ບັນດາວັດຖຸທີ່ລະນຶກເຕັມໄປດ້ວຍຄວາມອົບອຸ່ນແຫ່ງນ້ຳໃຈມິດຕະພາບ ຫວຽດນາມ-ຈີນ

(VOVWORLD) -ເຮືອນອານຸສອນບັນດາມະຫາວິທະຍາໄລຫວຽດນາມ ຢູ່ຫວາຍຫຼິນ, ແຂວງ ກວາງຊີ, ປະເທດຈີນ ປະຈຸບັນພວມເກັບຮັກສາວັດຖຸພັນເກືອບ 100 ຢ່າງ, ພາບຖ່າຍຂອງບັນດາຄູອາຈານ ແລະ ນັກສຶກສາຫວຽດນາມ ລຸ້ນຕ່າງໆ ໃນໄລຍະຮ່ຳຮຽນຢູ່ຈີນ ໃນຊຸມປີ 50 – 70 ຂອງສະຕະວັດກ່ອນ. ບັນດາວັດຖຸພັນ, ພາບຖ່າຍດັ່ງກ່າວໄດ້ເປັນຂີດໝາຍທີ່ເຂັ້ມຂົ້ນໄປດ້ວຍນ້ຳໃຈມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ - ຈີນ.

ບັນດາວັດຖຸທີ່ລະນຶກເຕັມໄປດ້ວຍຄວາມອົບອຸ່ນແຫ່ງນ້ຳໃຈມິດຕະພາບ ຫວຽດນາມ-ຈີນ
21/03/2018

ອະດີດນາຍົກລັດຖະມົນຕີ ຟານວັນຂາຍ : ຜູ້ກໍ່ສ້າງພື້ນຖານເສດຖະກິດຢ່າງໝັ້ນຄົງໜັກແໜ້ນເພື່ອໃຫ້ຫວຽດນາມເຊື່ອມໂຍງ

(VOVWORLD) -ໃນໄລຍະຊີ້ນຳນຳພາລັດຖະບານຫວຽດນາມເປັນເວລາເກືອບ 9 ປີ ຄືແຕ່ປີ 1997 ຫາ 2006, ອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ແມ່ນຜູ້ແນວຄິດປະຕິຮູບ, ເຊື່ອມໂຍງເຂົ້າກັບສາກົນ

ອະດີດນາຍົກລັດຖະມົນຕີ ຟານວັນຂາຍ : ຜູ້ກໍ່ສ້າງພື້ນຖານເສດຖະກິດຢ່າງໝັ້ນຄົງໜັກແໜ້ນເພື່ອໃຫ້ຫວຽດນາມເຊື່ອມໂຍງ
17/03/2018

ທ່ອງທ່ຽວບ່າເຣີຍ - ວູ້ງເຕົ່າ ໃນລະດູຕອນຮັບນັກທ່ອງທ່ຽວ

(VOVWORLD) -ພາຍຫຼັງບຸນເຕັດປີຈໍ 2018, ນັກທ່ອງທ່ຽວຍັງສືບຕໍ່ເຂົ້າມາທ່ຽວຢູ່ບ່າເຣີຍ - ວູ້ງເຕົ່າ. ມາທ່ອງທ່ຽວຢູ່ບ່າເຣີຍ - ວູ້ງເຕົ່າ ໃນລະດູນີ້, ນອກຈາກໄດ້ອາບນ້ຳທະເລຂຽວໃສເຢັນສະບາຍ, ພັກຜ່ອນບຳລຸງສຸຂະພາບຢູ່ບັນດາເຂດ resort ແຄມທະເລລ້ວ, ນັກທ່ອງທ່ຽວຍັງຈະໄດ້ໄປຢ້ຽມຊົມບັນດາເຂດປູຊະນີຍະສະຖານ, ເຂດທ່ອງທ່ຽວແຫ່ງຈິດວິນຍານຜ່ານງານບຸນຕ່າງໆອີກດ້ວຍ.

ທ່ອງທ່ຽວບ່າເຣີຍ - ວູ້ງເຕົ່າ ໃນລະດູຕອນຮັບນັກທ່ອງທ່ຽວ
10/03/2018

ສຽງເພງ ຫວຽດນາມ ຢູ່ດິນແດນຈຳປາເມືອງລາວ

(VOVWORLD) -ໂດຍແມ່ນໜຶ່ງໃນ 3 ສະໂມສອນໃຫຍ່ ແລະ ໄດ້ຮັບການສ້າງຕັ້ງມາແຕ່ດົນນານທີ່ສຸດຂອງພໍ່ແມ່ພີ່ນ້ອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ສະໂມສອນສິລະປະໄທບ້ານດຽວກັນຂອງຊາວ ຫວຽດນາມ ອາໄສຢູ່ແຂວງຊຽງຂວາງ ໄດ້ກາຍເປັນຈຸດນັດພົບໃນການດຳເນີນຊີວິດ ໃຫ້ແກ່ພໍ່ແມ່ປະຊາຊົນໃນປະຊາຄົມ.

ສຽງເພງ ຫວຽດນາມ ຢູ່ດິນແດນຈຳປາເມືອງລາວ
03/03/2018

Daria Mishukova - ຊາວລັດເຊຍນິຍົມວັດທະນະທຳຫວຽດນາມ

(VOVWORLD) -Daria Mishukova - ເຊິ່ງແມ່ນຊາວລັດເຊຍ ຜູ້ໜຶ່ງທີ່ນິຍົມວັດທະນະທຳຫວຽດນາມ, ຊື່ຂອງ Daria ໄດ້ການເປັນສິ່ງທີ່ຮູ້ຈັກກັນດີຈາກວົງການສື່ມວນຊົນ. ແຕ່ລະເທື່ອໄດ້ພົບປະກັບ Daria, ໄດ້ຮັບຟັງລາວເລົ່າເລື່ອງຕິດພັນກັບຫວຽດນາມ ຂອງຕົນ, ພວກຂ້າພະເຈົ້າລ້ວນແຕ່ເຫັນວ່າມັນໃໝ່ອ່ຽມ ແລະ ເປັນໜ້າເຄົາລົບ.

Daria Mishukova - ຊາວລັດເຊຍນິຍົມວັດທະນະທຳຫວຽດນາມ
24/02/2018

ຊາວກວາງຊີ ນິຍົມອາຫານການກິນຂອງຫວຽດນາມ

(VOVWORLD) -ນັກຄົ້ນຄວ້າຫວຽດນາມ 3 ຄົນ, ທັງຮຽນ, ທັງບໍລິຫານຮ້ານອາຫານຂາຍຂອງກິນຂອງຫວຽດນາມ ຢູ່ໃກ້ກັບມະຫາວິທະຍາໄລກວາງຊີ (ໜານໜິງ, ປະເທດຈີນ). ຮ້ານອາຫານຂອງເຂົາເຈົ້າມີລາຍຮັບເພີ່ມຂຶ້ນ 20% ໃນແຕ່ລະປີ ໃນໄລຍະ 3 ປີມໍ່ໆມານີ້, ເຊິ່ງເຫັນໄດ້ເຖິງຄວາມມານະພະຍາຍາມໃນການແນະນຳອາຫານການກິນທີ່ເປັນມູນເຊື້ອຂອງຫວຽດນາມ ຢູ່ກວາງຊີ ຂອງເຂົາເຈົ້າໄດ້ຮັບຄວາມນິຍົມຫຼາຍຂຶ້ນ.

ຊາວກວາງຊີ ນິຍົມອາຫານການກິນຂອງຫວຽດນາມ
20/02/2018

ລະດູບານໃຫມ່ໃນບັນດາບົດເພງຫວຽດນາມ

(VOVWORLD) - ລະດູບານໃຫມ່ເປັນການຂຶ້ນຕົ້ນປີໃຫມ່. ຊ່ວງເວລານີ້ ຕົ້ນໄມ້ໄດ້ແຕກດອກອອກຫນໍ່, ດອກໄມ້ເບັ່ງບານນາໆສີ ນຳມາເຊິ່ງພະລັງຊີວິດໃຫມ່ໃຫ້ສັດສາວາສິ່ງ, ເຮັດໃຫ້ຈິດໃຈທຸກໆຄົນເຕັມໄປດ້ວຍຄວາມຮູ້ສຶກ ແລະ ຄວາມຫວັງອັນດີງາມໃນປີໃຫມ່. ລະດູບານໃຫມ່ກໍ່ເປັນສິ່ງທີ່ສ້າງຄວາມແຮງບັນດານໃຈເພື່ອໃຫ້ບັນດານັກດົນຕີປະດິດແຕ່ງບັນດາທຳນອງເພງມ່ວນອ່ອນຊອນ ດຶງດູດໃຈຜູ້ຟັງ. ມີບົດເພງຫວຽດນາມ ຫລາຍບົດທີ່ພັນລະນາເຖິງລະດູບານໃຫມ່ໄດ້ຝັງເລິກໃນຄວາມຊົງຈຳຂອງບັນດາຜູ້ນິຍົມດົນຕີຫວຽດນາມ.

ລະດູບານໃຫມ່ໃນບັນດາບົດເພງຫວຽດນາມ
17/02/2018

ຊາວຕ່າງປະເທດອາໄສຢູ່ຫວຽດນາມຕ້ອນຮັບບຸນປີໃຫມ່ປະຈຳຊາດຢ່າງອົບອຸ່ນ

(VOVWORLD) -ບຸນປີໃຫມ່ປີຈໍ 2018 ໄດ້ວຽນມາບັນຈົບອີກວາລະຫນຶ່ງ. ບັນຍາກາດຕ້ອນຮັບລະດູບານໃຫມ່ພວມດຳເນີນໄປຢ່າງຄຶກຄື້ນມ່ວນຊື່ນໃນທົ່ວປະເທດຫວຽດນາມ. ບໍ່ພຽງແຕ່ຊາວຫວຽດນາມ ເທົ່ານັ້ນ ຫາກຊາວຕ່າງປະເທດພວມເຮັດວຽກ, ຮ່ຳຮຽນ ຢູ່ ຫວຽດນາມ ກໍ່ໄດ້ເຈືອຈານເຂົ້າກັບບັນຍາກາດຟົດຟຶ້ນມ່ວນຊື່ນຂອງບຸນປີໃຫມ່ປະຈຳຊາດຫວຽດນາມອີກດ້ວຍ. ເຂົາເຈົ້າໄດ້ຢຸດເຊົາວຽກງານປະຈຳວັນໃນໄລຍະຊົ່ວຄາວ, ພ້ອມກັບປະຊາຊົນຫວຽດນາມ ພັກຜ່ອນຢ່ອນອາລົມໃນຊຸມມື້ພັກການ ເພື່ອຕ້ອນຮັບບຸນເຕັດກັບເພື່ອນມິດ ແລະ ຍາດຕິພີ່ນ້ອງທີ່ເຕັມໄປດ້ວຍຄວາມໝາຍ. ບົດຂຽນຂອງນັກຂ່າວ ເລເຟືອງ.

ຊາວຕ່າງປະເທດອາໄສຢູ່ຫວຽດນາມຕ້ອນຮັບບຸນປີໃຫມ່ປະຈຳຊາດຢ່າງອົບອຸ່ນ
10/02/2018

ບັນຍາກາດຕ້ອນຮັບບຸນເຕັດປີຈໍຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ

(VOVWORLD) -ບັນຍາກາດຕ້ອນຮັບບຸນເຕັດປີຈໍ ພວມປົກຄຸມໄປທົ່ວຖະໜົນຫົນທາງທຸກສາຍ ແລະ ໃນແຕ່ລະຄອບຄົວຊາວຫວຽດນາມ. ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດພວມຫ້າງຫາກະກຽມຕ້ອນຮັບບຸນປີໃໝ່ ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ມີຄວາມເບີກບ່ານມ່ວນຊື່ນ.

ບັນຍາກາດຕ້ອນຮັບບຸນເຕັດປີຈໍຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ
03/02/2018

ນະຄອນໂຮ່ຈິມິນພັດທະນາບັນດາຜະລິດຕະພັນທ່ອງທ່ຽວຍາມຕອນກາງຄືນຕື່ມອີກ

(VOVWORLD) - ປະຈຸບັນ, ຂະແໜງທ່ອງທ່ຽວນະຄອນໂຮ່ຈິມິນ ພຽງແຕ່ສຸມໃສ່ພັດທະນາບັນດາຜະລິດຕະພັນທ່ອງທ່ຽວໃນຕອນກາງເວັນ, ນັບແຕ່ 5 ໂມງເຊົ້າຮອດ 5 ໂມງແລງ ເທົ່ານັ້ນ. ສ່ວນໃນຊ່ວງເວລາແຕ່ 6 ໂມງແລງຮອດ 2 ໂມງເຊົ້າຂອງມື້ຕໍ່ມາ ຍັງບໍ່ທັນມີຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບແບບເທື່ອ. ໃນຂະນະນັ້ນ, ຕາມການຕີລາຄາຂອງບັນດາບໍລິສັດທ່ອງທ່ຽວແລ້ວ, ຖ້າຫາກມີບັນດາຜະລິດຕະພັນທ່ອງທ່ຽວທີ່ດູດດື່ມໃນຈຸດເວລານີ້, ນັກທ່ອງທ່ຽວຈະໃຊ້ຈ່າຍເງິນຫຼາຍກວ່າ, ປະກອບສ່ວນຍົກສູງລາຍຮັບໃຫ້ແກ່ຂະແໜງທ່ອງທ່ຽວຂອງນະຄອນ.

ນະຄອນໂຮ່ຈິມິນພັດທະນາບັນດາຜະລິດຕະພັນທ່ອງທ່ຽວຍາມຕອນກາງຄືນຕື່ມອີກ