ສາລະຄະດີ

01/07/2017

ສຳເນົາເອກະສານ ຫວຽດນາມ - ລາວ, ຮ່ວມມືມຸ່ງໄປສູ່ອະນາຄົດ

(VOVWORLD) - ກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ແລະ ກົມສຳເນົາເອກະສານແຫ່ງຊາດລາວ ມີການພົວພັນຮ່ວມມືກັນມາແຕ່ດົນນານ. ການພົວພັນຮ່ວມມືນັບມື້ນັບພັດທະນາຜ່ານການເຄື່ອນໄຫວແລກປ່ຽນຂອງຄະນະຜູ້ແທນ, ການຝຶກອົບຮົບໃຫ້ພະນັກງານ, ກອງປະຊຸມສຳມະນາຫົວເລື່ອງສະເພາະ… ປີ 2017 - ເຊິ່ງແມ່ນປີມິດຕະພາບ ຫວຽດນາມ - ລາວ, 2 ຝ່າຍໄດ້ເຊັນບົດບັກທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ແລະ ກົມສຳເນົາເອກະສານແຫ່ງຊາດລາວ ປີ 2018 ຢູ່ຮ່າໂນ້ຍ. ເນື້ອໃນສຳຄັນທີ່ສຸດແມ່ນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນຄະນະ. ບົດຂຽນຂອງຢ້ຽວຮົ່ງ, ນັກຂ່າວ VOV.

ສຳເນົາເອກະສານ ຫວຽດນາມ - ລາວ, ຮ່ວມມືມຸ່ງໄປສູ່ອະນາຄົດ
24/06/2017

ນັກຂ່າວ, ນັກຮຽບຮຽງ ມາຍວັນລ້າງ ມານະພະຍາຍາມສະສົມ, ຮັກສາເພງພື້ນເມືອງ

(VOVWORLD) - ປະຈຸບັນ, ນັກຮຽບຮຽງ, ນັກຂ່າວ ມາຍວັນລ້າງ ພວມເຮັດວຽກຢູ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) , ແມ່ນໜຶ່ງໃນບັນດາຜູ້ປະສົບຜົນສຳເລັດກັບວຽກງານຮຽບຮຽງຄຳປະໂຫຍກໃຫ້ບົດເພງພື້ນເມືອງ ແລະ ບົດເພງລະຄອນ ແຈ່ວ. ບັນດາຄຳປະໂຫຍກໂດຍທ່ານຮຽບຮຽງນັ້ນ ເຕັມໄປດ້ວຍລັກສະນະບົດກະວີ, ແບບບ້ານໆງ່າຍດາຍ, ຈື່ງ່າຍ ແຕ່ກໍ່ເປັນເອກະລັກສະເພາະ, ມີລັກສະນະທິດສະດີຫຼາຍ. ໄລຍະມໍ່ໆມານີ້, ລາວໄດ້ເປັນກຽດຮັບການເລືອກເຟັ້ນເປັນແບບຢ່າງດີເດັ່ນຂອງ VOV ເຂົ້າຮ່ວມກອງປະຊຸມຍ້ອງຍໍຊົມເຊີຍແບບຢ່າງດີເດັ່ນປີ 2017. ບົດຂຽນ “ນັກຂ່າວ, ນັກຮຽບຮຽງ ມາຍວັນລ້າງ ມານະພະຍາຍາມສະສົມ, ຮັກສາເພງພື້ນເມືອງ” ຂອງບຸ່ຍຮັ່ງ, ນັກຂ່າວ VOV.

ນັກຂ່າວ, ນັກຮຽບຮຽງ ມາຍວັນລ້າງ ມານະພະຍາຍາມສະສົມ, ຮັກສາເພງພື້ນເມືອງ
21/06/2017

ບັນດານັກຂ່າວ VOV ສຸມຈິດສຸມໃຈກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ

(VOVWORLD) -ບົດປະພັນກະຈາຍສຽງ “ເລື່ອງລາວຫວຽດນາມເຊື່ອມໂຍງເຂົ້າກັບສາກົນ” ຂອງກຸ່ມນັກຂ່າວ ຫງວຽນທິກິມທວາ, ວູ້ທິແອ້ງຮ່ວຽນ, ວູ້ເຍິດກີງ ຢູ່ລະບົບ VOV 5 ຫາກໍໄດ້ຮັບລາງວັນທີ 1 ທົ່ວປະເທດກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດປີ 2016 ໂດຍຄະນະໂຄສະນາສຶກສາສູນກາງຈັດຕັ້ງຂຶ້ນ

ບັນດານັກຂ່າວ VOV ສຸມຈິດສຸມໃຈກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ
17/06/2017

ເທບບັນທຶກພາບວີດີໂອ “ລາວ - ຄວາມຄິດຮອດຄິດເຖິງບໍ່ອາດຫຼົງລືມໄດ້” ຂອງ ດັ້ງແທງຕູ່ງ

(VOVWORLD) - ເທບບັນທຶກພາບວີດີໂອ “ລາວ - ຄວາມຄິດຮອດຄິດເຖິງບໍ່ອາດຫຼົງລືມໄດ້” ຍາວ 3 ນາທີ 25 ວີນາທີ ຂອງດັ້ງແທງຕູ່ງ ໄດ້ເອົາລົງທາງ Facebook ດຶງດູດຜູ້ຊົມ 1,4 ລ້ານຄົນ ແລະ ໄດ້ແບ່ງປັນ “Share” 600 ເທື່ອ ແລະ ການຕີລາຄານັບຮ້ອຍເທື່ອ ໄດ້ກາຍເປັນ ເທບບັນທຶກພາບ ວີດີໂອ ພົ້ນເດັ່ນທີ່ສຸດໃນບັນດາເກີຣຸບ ຫວຽດນາມ -ລາວ. ນີ້ແມ່ນຄັ້ງທຳອິດ ຕູ່ງ ປະຕິບັດລາຍການທ່ອງທ່ຽວດ້ວຍຜູ້ດຽວໄປຍັງປະເທດລ້ານຊ້າງ ດ້ວຍລົດຈັກ - ຄືດັ່ງສ່ຽວຂອງຕູ່ງ ໃນບັນດາລາຍການທ່ອງທ່ຽວ. ຈົ່ງພ້ອມກັບ ຢ້ຽມຮົ່ງ, ນັກຂ່າວ VOV ໂອ້ລົມກັບແທງຕູ່ງ ເພື່ອເຫັນວ່າລາວປະຕິບັດວີດີໂອດ້ວຍຜູ້ດຽວຄືແນວໃດແດ່.

ເທບບັນທຶກພາບວີດີໂອ “ລາວ - ຄວາມຄິດຮອດຄິດເຖິງບໍ່ອາດຫຼົງລືມໄດ້” ຂອງ ດັ້ງແທງຕູ່ງ
10/06/2017

ມາທ່ອງທ່ຽວຢູ່ອຽນຕື໋ເພື່ອຄົ້ນຫານ້ຳມັນຢາເພື່ອສຸຂະພາບ

(VOVWORLD) - ໃນຊຸມປີມໍ່ໆມານີ້, ເຂດທັດສະນີຍະພາບ ອຽນຕື໋, ແຂວງ ກວາງນີງ, ເຊິ່ງແມ່ນເຂດດິນແດນແຫ່ງພະພຸດທະເຈົ້າຢູ່ ຫວຽດນາມ, ນັບມື້ນັບມີແຂກທ່ອງທ່ຽວພາຍໃນປະເທດ ແລະ ສາກົນຫຼາຍຄົນມາຢ້ຽມຢາມ. ແຕ່ເດືອນ 3/2017, ບໍລິສັດຫຸ້ນສ່ວນພັດທະນາ ຕູ່ງເລີມ (ຫົວໜ້ວຍຄຸ້ມຄອງ ແລະ ຂຸດຄົ້ນບັນດາບໍລິການທ່ອງທ່ຽວ) ນຳລາຍການທ່ອງທ່ຽວຄົ້ນຫານ້ຳມັນຢາເພື່ອສຸຂະພາບເຂົ້າທົດລອງ, ຊ່ວຍໃຫ້ແຂກທ່ອງທ່ຽວມີການເລືອກເຟັ້ນເມື່ອໄປເຖິງ ອຽນຕື໋. ບົດຂຽນ “ມາທ່ອງທ່ຽວຢູ່ອຽນຕື໋ເພື່ອຄົ້ນຫານ້ຳມັນຢາເພື່ອສຸຂະພາບ” ຂອງຟ້າມຢອງ, ນັກຂ່າວ VOV.

ມາທ່ອງທ່ຽວຢູ່ອຽນຕື໋ເພື່ອຄົ້ນຫານ້ຳມັນຢາເພື່ອສຸຂະພາບ
03/06/2017

ຫົວໜ້າຜູ້ບັນຊາການທີ່ດີເດັ່ນຢູ່ເຈື່ອງຊາ

(VOVWORLD) - ໃນຈຳນວນ 40 ແບບຢ່າງທີ່ດີເດັ່ນຂອງເຫຼົ່າທັບເຮືອ ໄດ້ຮັບການຍ້ອງຍໍຊົມເຊີຍໃນບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດສ່ວນຄວາມເກັ່ງກ້າສາມາດ, ສົມເປັນທະຫານລຸງໂຮ່ - ນັກຮົບກອງທັບເຮືອ” ມີນາຍທະຫານຜູ້ໜຶ່ງບັນລຸໄດ້ຜົນງານດີເດັ່ນໃນການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ. ນັ້ນແມ່ນພັນຕີ ຮ່ວາງມີງເຊີນ, ຫົວໜ້າຜູ້ບັນຊາການເກາະ ນາມອຽດ ຂຶ້ນກັບໝູ່ເກາະ ເຈື່ອງຊາ, ແຂວງ ແຄ໋ງຮ່ວາ. ບົດຂຽນ “ຫົວໜ້າຜູ້ບັນຊາການທີ່ດີເດັ່ນຢູ່ເຈື່ອງຊາ” ຂອງຕວຽດມາຍ, ນັກຂ່າວ VOV.

ຫົວໜ້າຜູ້ບັນຊາການທີ່ດີເດັ່ນຢູ່ເຈື່ອງຊາ
27/05/2017

ເດືອນກຳມະກອນ: ພ້ອມກັບກຳມະກອນບໍ່ແຮ່ໄປເຮັດວຽກ

(VOVWORLD) - “ກິນເຂົ້າຢູ່ບົນໜ້າໂລກ, ເຮັດວຽກຢູ່ໃຕ້ນາລົກ”, ເຮັດວຽກຢູ່ໃຕ້ດິນດ້ວຍລະດັບຄວາມເລິກນັບຮ້ອຍເມັດດ້ວຍຄວາມຫຍຸ້ງຍາກ, ຄວາມລຳບາກກາກກຳ; ນັ້ນແມ່ນບັນດາສິ່ງທີ່ເຂົາເຈົ້າມັກເວົ້າກ່ຽວກັບອາຊີບນາຍຊ່າງຂຸດຄົ້ນແຮ່ທາດຕ່າງໆ. ເດືອນພຶດສະພາ, ເນື່ອງໃນໂອກາດເດືອນເຊີດຊູບັນດາກຳມະກອນ, ເຊີນທ່ານຜູ້ຟັງຕິດຕາມນັກຂ່າວ ເຈື່ອງຢາງ ໄປເຮັດວຽກກັບບັນດານາຍຊ່າງຂຸດຄົ້ນແຮ່ທາດ, ເຊິ່ງແມ່ນວຽກງານທີ່ບໍ່ມີຫຼາຍຄົນຮູ້ຈັກເຖິງ.

ເດືອນກຳມະກອນ: ພ້ອມກັບກຳມະກອນບໍ່ແຮ່ໄປເຮັດວຽກ
20/05/2017

ເອກອັກຄະລັດຖະທູດ ຟ້າມແຊງເຈົາ, ນັກການທູດມໍລະດົກ

(VOVWORLD) - ຢາກເຮັດໄດ້ສິ່ງທີ່ມະຫັດສະຈັນຕ້ອງມີຄວາມຫວັງຢ່າງແຮງກ້າ, ນັ້ນແມ່ນຄວາມສຳນຶກຂອງທ່ານ ຟ້າມແຊງເຈົາ, ເອກອັກຄະລັດຖະທູດ - ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ, ທູດພິເສດຂອງນາຍົກລັດຖະມົນຕີ ກ່ຽວກັບບັນດາບັນຫາຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ (UNESCO). ໃນຈິດໃຈຂອງທ່ານ ເກືອບຄືວ່າຍາມໃດກໍ່ຄິດເຖິງແນວຄິດນຳວັດທະນະທຳ ຫວຽດນາມ ອອກສູ່ໂລກ. ບົດຂຽນຂອງນັກຂ່າວ ລານແອງ.

ເອກອັກຄະລັດຖະທູດ ຟ້າມແຊງເຈົາ, ນັກການທູດມໍລະດົກ
13/05/2017

ເດືອນພຶດ​ສະ​ພາຢູ່ເຂດປູຊະນີຍະສະຖານໄຊຊະນະ ດ້ຽນບຽນຝູ

(VOVWORLD) - ວັນທີ 7 ພຶດສະພາ 1954, ຫວຽດນາມ ຮັບການຮູ້ຈັກເຖິງຈາກໂລກດ້ວຍໄຊຊະນະ ດ້ຽນບຽນຝູ ທີ່ “ໂດ່ງດັງໃນ 5 ທະວີບ, ມີຄວາມສັ່ນສະເທືອນໄປທົ່ວໂລກ”, ໄຊຊະນະນີ້ໄດ້ສ້າງບາດລ້ຽວເຮັດໃຫ້ປ່ຽນແປງສະຖານະການສົງຄາມໂດຍກົງພາໄປເຖິງການລົງນາມໃນສັນຍາ ເຊີແນວ ໃນປີ 1954, ຢຸດຕິສົງຄາມ, ສັນຕິພາບໄດ້ກັບຕ່າວຄືນມາຢູ່ອິນດູຈີນ. ແຕ່ລະປີ, ເມື່ອຮອດໂອກາດສະເຫຼີມສະຫຼອງໄຊຊະນະ ດ້ຽນບຽນຝູ, ແຂກທ່ອງທ່ຽວຢູ່ທຸກສາລະທິດ ໄດ້ໄປຍັງແຂວງ ດ້ຽນບຽນ, ຢ້ຽມຢາມກຸ່ມປູຊະນີຍະສະຖານໄຊຊະນະ ດ້ຽນບຽນຝູ ເພື່ອເຂົ້າໃຈຕື່ມອີກກ່ຽວກັບຂອບຂະໜາດປະຫວັດສາດຂອງໄຊຊະນະອັນຍິ່ງໃຫຍ່ນີ້. ບົດຂຽນຂອງເລເຟືອງ, ນັກຂ່າວ VOV ດ້ວຍຫົວຂໍ້ວ່າ “ເດືອນພຶດສະພາຢູ່ເຂດປູຊະນີຍະສະຖານໄຊຊະນະ ດ້ຽນບຽນຝູ”.

ເດືອນພຶດ​ສະ​ພາຢູ່ເຂດປູຊະນີຍະສະຖານໄຊຊະນະ ດ້ຽນບຽນຝູ
06/05/2017

ຟານແທງລຽມ - ຜູ້ເມົາມົວກັບສິລະປະຕຸກກະຕານ້ຳ

(VOVWORLD) - ໃນ 2,3 ປີມໍ່ໆມານີ້, ຢູ່ ຫວຽດນາມ ໄດ້ປະກົດມີຮູບແບບເວທີສະແດງຟ້ອນຕຸກກະຕານ້ຳໃນເວທີນ້ອຍ ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມທັງຢູ່ພາຍໃນ ແລະ ຕ່າງປະເທດ. ດ້ວຍຈຸດດີແມ່ນເບົາ, ນ້ອຍ, ມີຄວາມສະດວກໃນການເຄື່ອນຍ້າຍ, ເວທີສະແດງຟ້ອນຕຸກກະຕານ້ຳນີ້ ສາມາດຮັບໃຊ້ໃຫ້ຜູ້ຊົມຢູ່ກັບທີ່ ຫາກບໍ່ຕ້ອງໄປໂຮງລະຄອນຄືເມື່ອກ່ອນອີກ.

ຟານແທງລຽມ - ຜູ້ເມົາມົວກັບສິລະປະຕຸກກະຕານ້ຳ