(VOVWORLD) -ປະຈຸບັນ ຫວຽດນາມ ກຳລັງຢູ່ໃນອັນດັບ 2 ຂອງໂລກ ກ່ຽວກັບການສົ່ງອອກກາເຟ ດ້ວຍປະລິມານການສົ່ງອອກໃນປີກາຍ ບັນລຸໄດ້ 1,7 ລ້ານໂຕນ, ດ້ວຍມູນຄ່າກວ່າ 4 ຕື້ USD, ແມ່ນລະດັບສູງສຸດນັບແຕ່ກ່ອນມາຮອດປະຈຸບັນ. ກາເຟ ຫວຽດນາມ ຍັງມີໜ້າຢູ່ຕະຫລາດທີ່ສຳຄັນນັບສິບແຫ່ງໃນທົ່ວໂລກ, ກາຍເປັນຜະລິດຕະ ພັນທີ່ໄດ້ຮັບຄວາມນິຍົມຊົມຊອບຢູ່ຫລາຍປະເທດ. ເຖິງແນວນັ້ນກໍຕາມ, ກາເຟ ຫວຽດນາມ ຍັງບໍ່ມີເຄື່ອງໝາຍການຄ້າໃດ ນອນໃນບັນຊີລາຍຊື່ຈຳນວນ 10 ເຄື່ອງໝາຍການຄ້າກາເຟທີ່ຂາຍດີ ທີ່ສຸດໃນໂລກ. ຕໍ່ສະພາບຕົວຈິງນີ້, ວັນທີ 4 ມີນາ ທີ່ຜ່ານມາ ໜັງສືພິມ ຊາວຜູ້ອອກແຮງງານ ໄດ້ຈັດກອງປະຊຸມສຳມະນາ “ເພີ່ມມູນຄ່າໃຫ້ແກ່ກາເຟ ຫວຽດນາມ, ດ້ວຍວິທີໃດ?” ຢູ່ທີ່ ນະຄອນໂຮ່ຈິມິນ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດປູກຝັງ ແລະ ດຳເນີນທຸລະກິດກາເຟຫຼາຍແຫ່ງ. ເປົ້າໝາຍຂອງ ກອງປະຊຸມສຳມະນາ ແມ່ນຊອກຫາມາດຕະການສ້າງ ແລະ ພັດທະນາເຄື່ອງໝາຍການຄ້າ, ເພື່ອຊ່ວຍຍົກສູງມູນຄ່າກາເຟ ຫວຽດນາມ.