ທ່າກຳປັ່ນ ຫາຍຟ່ອງ ຫັນເປັນດິຈີຕອນເພື່ອຍົກສູງກຳລັງຄວາມສາມາດການຂຸດຄົ້ນ
(VOVWORLD) - ພ້ອມກັບເລື່ອງລົງທຶນອຸປະກອນທັນສະໄຫມ, ໝູນໃຊ້ດິຈີຕອນເພື່ອຍົກສູງກຳລັງຄວາມສາມາດຂຸດຄົ້ນ, ບັນດາທ່າກຳປັ່ນ ຢູ່ ຫາຍຟ່ອງ ໄດ້ເປີດຫລາຍການບໍລິການໃຫມ່, ເຊື່ອມຕໍ່ໂດຍກົງເພື່ອໃຫ້ສິນຄ້າຫວຽດນາມ ໄປຍັງທຸກຕະຫລາດສາກົນໃຫ້ສະດວກກວ່າ. ດ້ວຍການເຄື່ອນໄຫວນີ້ ທ່າກຳປັ່ນ ຫາຍຟ່ອງ ນັບມື້ນັບຢັ້ງຢືນທີ່ຕັ້ງເປັນປະຕູອອກສູ່ທະເລຂອງບັນດາແຂວງທາງພາກເຫນືອ ແລະ ແມ່ນຈຸດສຸມເສດຖະກິດທະເລຂອງທົ່ວປະເທດ.









