ເລຂາທິການໃຫຍ່ ໂຕເລິມ: ຫວຽດນາມ ຢຶດໝັ້ນກັບເປົ້າໝາຍສັງຄົມນິຍົມ ແລະ ເສັ້ນທາງປ່ຽນແປງໃໝ່
(VOVWORLD) - ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພວມມຸ່ງໄປເຖິງການຫັນບັນດາເປົ້າໝາຍພັດທະນາຍຸດທະສາດຮອດປີ 2030 ແລະ ປີ 2045 ໃຫ້ປະກົດຜົນເປັນຈິງ; ຢັ້ງຢືນ ຫວຽດນາມ ຢຶດໝັ້ນກັບເປົ້າໝາຍສັງຄົມນິຍົມ ແລະ ເສັ້ນທາງປ່ຽນແປງໃໝ່; ສະເໝີຕົ້ນສະເໝີປາຍກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.










