48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ: ນ້ຳໃຈມິດຕະພາບ ລາວ - ຫວຽດນາມ, ສັນຍາລັກທີ່ເປັນແບບຢ່າງຂອງການພົວພັນສາກົນ
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18/07/1977 – 18/07/2025), ໜັງສືພິມ ປະເທດລາວ ໄດ້ລົງບົດຄວາມ 2 ບົດ ໂດຍຢັ້ງຢືນຄວາມໝາຍປະຫວັດສາດຂອງສົນທິສັນຍາ ແລະ ເນັ້ນໜັກເຖິງບົດບາດຂອງການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃນພາລະກິດປັກປັກຮັກສາ ແລະ ພັດທະນາປະເທດຊາດຂອງສອງຊາດ.










