ແຮງງານກວ່າ 21 ລ້ານຄົນ ມີວຽກເຮັດງານທຳໃນຂົງເຂດການບໍລິການ
(VOVWORLD) - ວັນທີ 08 ກໍລະກົດ, ກົມສະຖິຕິ, ກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ ສະພາບການຕະຫຼາດແຮງງານ ຫວຽດນາມ ມີຈຸດເດັ່ນທີ່ໜ້າຮັບຮູ້ ດ້ວຍແຫຼ່ງກຳລັງແຮງງານທີ່ອຸດດົມສົມບູນ, ສ້າງເງື່ອນໄຂຕອບສະໜອງຄວາມຕ້ອງການພັດທະນາການຜະລິດ, ດຳເນີນທຸລະກິດ. ແຮງງານມີວຽກເຮັດງານທຳໃນຂົງເຂດການບໍລິການກວມເອົາອັດຕາສ່ວນສູງສຸດ ດ້ວຍເກືອບ 41%, ເທົ່າກັບ 21,2 ລ້ານຄົນ.










