(VOVWORLD) - ການຈາກໄປຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ບໍ່ພຽງແຕ່ແມ່ນການສູນເສຍຢ່າງໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເທົ່ານັ້ນ, ປະຊາຊົນລາວ ຍັງສູນເສຍເພື່ອນຜູ້ໜຶ່ງທີ່ສະໜິດສະໜົມ. ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ຍາມໃດກໍເອົາໃຈໃສ່ ແລະ ສຸດຈິດສຸດໃຈສະໜັບສະໜູນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດລາວ; ປະກອບສ່ວນຢ່າງໃຫຍ່ຫຼວງ, ສຳຄັນເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງເພື່ອໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດນັບມື້ນັບຜູກຜັນກັນຢ່າງໝັ້ນໜຽວ ແລະ ເກີດດອກອອກຜົນໃນຕະຫຼອດໄລຍະຜ່ານມາ.