ປະທານາທິບໍດີ ສີລັງກາ Anura Kumara Dissanayaka ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ
(VOVWORLD) - ການຢ້ຽມຢາມຂອງທ່ານປະທານາທິບໍດີ Anura Kumara Dissanayaka ແມ່ນການຢ້ຽມຢາມ ຫວຽດນາມຄັ້ງທຳອິດໃນຮອບເວລາ 16 ປີຜ່ານມາ ຂອງການນຳປະເທດສີລັງກາ ແລະ ກໍ່ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງສ່ວນຕົວທ່ານປະທານາທິບໍດີ Anura Kumara Dissanayaka ນັບແຕ່ເວລາຮັບດຳລົງຕຳແໜ່ງເມື່ອເດືອນກັນຍາ 2024.









