ອົງການ UNESCO ຈະຈັດພິທີລະນຶກວັນຄ້າຍວັນເກີດ ແລະ ວັນເຖິງແກ່ມໍລະນະກຳຂອງ ນັກກະວີ ໂຮ່ຊວັນເຮືອງ ແລະ ຫງວຽນດິ່ງຈຽວ
(VOVWORLD) - ໃນປີ 2022, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຈະພ້ອມກັບ ຫວຽດນາມ ຈັດພິທີລະນຶກວັນຄ້າຍວັນເກີດ ແລະ ວັນເຖິງແກ່ມໍລະນະກຳຂອງ ນັກກະວີ ໂຮ່ຊວັນເຮືອງ ແລະ ຫງວຽນດິ່ງຈຽວ. ຂໍ້ຕົກລົງດັ່ງກ່າວໄດ້ຮັບການຮັບຮອງເອົາຈາກອົງການ UNESCO ໃນວາລະປະຊຸມຂອງວັນທີ 23 ພະຈິກ, ໃນຂອບເຂດກອງປະຊຸມ ສະມັດຊາໃຫຍ່ ຄັ້ງທີ 41 ຂອງ UNESCO ທີ່ດຳເນີນໃນລະຫວ່າງວັນທີ 9 ຫາວັນທີ 24 ພະຈິກ ຢູ່ນະຄອນຫຼວງ ປາຣີ, ຝລັ່ງ.










