ຫວຽດນາມ ໄຂສົກຮຽນໃໝ່ 2021 – 2022 ຕາມຮູບການພິເສດ ຊຶ່ງບໍ່ເຄີຍມີມາກ່ອນ
(VOVWORLD) -ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຂະແໜງສຶກສາພວມປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງຈາກໂລກລະບາດໂຄວິດ - 19. ຕັດສິນໃຈໃຫ້ສົກຮຽນປີ 2021 – 2022 ແລະ ໄກກວ່ານັ້ນແມ່ນບໍ່ປະໃຫ້ນັກຮຽນຄົນໃດ, ພິເສດແມ່ນພວກນ້ອງນັກຮຽນທີ່ຢູ່ເຂດເກີດໂລກລະບາດ, ເຂດຫ່າງໄກສອກຫຼີກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ຖືກພາດໂອກາດຮ່ຳຮຽນ ຍ້ອນໂລກລະບາດ ແລະ ບໍ່ປະໃຫ້ພື້ນຖານການສຶກສາຂອງ ຫວຽດນາມ ຍ້ອນໂລກລະບາດ ທີ່ບໍ່ສາມາດປະຕິບັດສຳເລັດຄຳໝັ້ນສັນຍາ, ບົດບາດສຳຄັນ ແລະ ພາລະກິດຂອງຕົນຕໍ່ປະເທດຊາດ ແລະ ປະຊາຊົນ.










