ປະຕິບັດສຳເລັດ ການທົດລອງສັກວັກຊິນ Nano Covax ກັນໂຄວິດ - 19 ແມ່ນ 13.000 ເຂັມທຳອິດ ໃນໄລຍະທີ 3
(VOVWORLD) -ທ່ານພົນຈັດຕະວາ, ສາສະດາຈານ, ປ.ອ ຮ່ວາງວັນເລືອງ, ຮອງຜູ້ອຳນວຍການ ວິທະຍາຄານເສນາຮັກ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບການສັກວັກຊິນ, ຜູ້ອາສາສະໝັກ 13.000 ຄົນ ມີສຸຂະພາບ ເປັນປົກກະຕິ, ບໍ່ມີກໍລະນີໃດມີອາການຢູ່ນອກເໜືອການຄາດຄະເນ.










